吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເທດຕ່າງໆພັດທະນາຮ່ວມກັນຈິ່ງແມ່ນການພັດທະນາທີ່ແທ້ຈິງໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ

2022-01-06 16:11:58 CRI

ປະເທດຕ່າງໆພັດທະນາຮ່ວມກັນຈິ່ງແມ່ນການພັດທະນາທີ່ແທ້ຈິງໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ_fororder_图片1

 

ປີ 2021 ເປັນປີທີ່ຄົບຮອບ 50 ປີທີ່ສ.ປ.ຈີນຟື້ືນຟູທີ່ນັ່ງທີ່ຖືກຕ້ອງຕາມກົດໝາຍຢູ່ອົງການສະຫະປະຊາຊາດ,ທັງເປັນປີທີ່ຄົບຮອບ 20 ປີທີ່ຈີນເຂົ້າເປັນສະມາຊິກອົງການການຄ້າໂລກ ຫຼື WHO. ວັນທີ 14 ຕຸລາປີ 2021, ໃນເວລາທ່ານ ສີຈິ້ນຜິງ ປະທານປະເທດຈີນ
ເຂົ້າຮ່ວມພິທີໄຂກອງປະຊຸມຄົມມະນາຄົມແບບຍືນຍົງທົ່ວໂລກຂອງອົງການສະຫະປະຊາຊາດຄັ້ງທີ 2 ຜ່ານທາງວິດີໂອ ທ່ານໄດ້ກ່າວຄຳປາໄສວ່າ: “ປະເທດຕ່າງໆພັດທະນາຮ່ວມກັນ ຈິ່ງແມ່ນການພັດທະນາທີ່ແທ້ຈິງ, ໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ.”

 

ປະເທດຕ່າງໆພັດທະນາຮ່ວມກັນຈິ່ງແມ່ນການພັດທະນາທີ່ແທ້ຈິງໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ_fororder_图片2

 

ພັດທະນາຮ່ວມກັນ

 

ປີ 2021, ການກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ໄດ້ຮັບປະສິດທິຜົນອັນຕັ້ງໜ້າຢ່າງບໍ່ຢຸດຢັ້ງ. ວັນທີ 19 ພະຈິກປີ 2021, ທ່ານ ສີຈິ້ນຜິງ ໄດ້ເປັນປະທານຈັດກອງປະຊຸມສຳມະນາກ່ຽວກັບການກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ຄັ້ງທີ 3 ໂດຍກ່າວເນັ້ນໜັກວ່າ: ຕ້ອງຖືເອົາມາດຕະການສູງ, ແບບຍືນຍົງ ແລະ ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນເປັນເປົ້າໝາຍ, ສືບຕໍ່ຊຸກຍູ້ການກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ໃຫ້ມີການພັດທະນາທາງຄຸນນະພາບສູງ.

 

ຫຼັງຈາກນັ້ນ 10 ກວ່າມື້, ທ່ານ ສີຈິ້ນຜິງ ໄດ້ເຂົ້າຮ່ວມພິທີເປີດບໍລິການຂອງທາງລົດໄຟຈີນ-ລາວ ເຊິ່ງເປັນໂຄງການທີ່ເປັນສັນຍະລັກໃຫ້ແກ່ການກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ທາງຄຸນນະພາບສູງຮ່ວມກັນ, ທັງເປັນເສັ້ນທາງສາກົນທີ່ສະດວກຍິ່ງຂຶ້ນ.

 

ໃນເວລາກ່າວປາຖະກະຖາໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າ ສາກົນຈີນຄັ້ງທີ 4 ທີ່ຈັດຂຶ້ນໃນຕົ້ນເດືອນພະຈິກປີ 2021, ທ່ານ ສີຈິ້ນຜິງ ກ່າວວ່າ, ຈີນຍິນດີຮ່ວມກັບປະເທດຕ່າງໆ, ພ້ອມກັນສ້າງເສດຖະກິດໂລກແບບເປີດປະຕູ. ວິສາຫະກິດ 2.900 ກວ່າແຫ່ງທີ່ມາຈາກ 127 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າຄັ້ງນີ້,  ເພື່ອວາງສະແດງຜະລິດຕະພັນໃໝ່, ເຕັກນິກໃໝ່ ແລະ ການບໍລິການໃໝ່ 422 ລາຍການ.

 

ປະເທດຕ່າງໆພັດທະນາຮ່ວມກັນຈິ່ງແມ່ນການພັດທະນາທີ່ແທ້ຈິງໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ_fororder_图片6

 

ຍັງແມ່ນໃນປີ 2021 ເຊັ່ນກັນ, ຍອດມູນຄ່າຂາເຂົ້າຂາອອກຂອງຈີນໃນ 11 ເດືອນຕົ້ນ ໄດ້ບັນລຸເຖິງ 35.390 ຕື້ຢວນ, ເພິ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຂະໜາດຂອງການຄ້າຂາເຂົ້າຂາອອກ ກໍໄດ້ໃຫຍ່ກວ່າປີ 2020 ໂດຍໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ.

 

ປະເທດຕ່າງໆພັດທະນາຮ່ວມກັນຈິ່ງແມ່ນການພັດທະນາທີ່ແທ້ຈິງໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ_fororder_图片3

 

ຮັ່ງມີຮ່ວມກັນ

 

ໃນປີ 2021, “ການສ້າງຄວາມຮັ່ງມີຮ່ວມກັນ” ເປັນຫົວຂໍ້ໜຶ່ງທີ່ການນຳສູງສຸດຈີນຄົ້ນຄິດ ແລະ ຈັດວາງແຜນການຫຼາຍທີ່ສຸດໃນປີນີ້.

 

ວັນທີ 3 ກຸມພາປີ 2021 ກ່ອນບຸນກຸດຈີນຈະວຽນມາເຖິງ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຮອດບ້ານຮວ້າອູ່ ທີ່ຕັ້ງຢູ່ເຂດພູອູ່ເມີງ ແຂວງກຸ້ຍໂຈ່ວ ພາກຕາເວັນຕົກສຽງໃຕ້ຂອງຈີນ ເພື່ອສຳຫຼວດວຽກງານ ພ້ອມທັງຮັບຕ້ອນປີໃໝ່ກັບຊາວບ້ານຮວ້າອູ່ຮ່ວມກັນ. ໃນເວລາສຳຫຼວດເທື່ອນີ້, ທ່ານ ສີຈິ້ນຜິງກ່າວວ່າ, ການສ້າງຄວາມຮັ່ງມີຮ່ວມກັນ ເປັນເປົ້າໝາຍສຳຄັນອັນໜຶ່ງໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ, ຕ້ອງຍຶດໝັ້ນຖືປະຊາຊົນເປັນໃຈກາງ, ແກ້ໄຂບັນຫາຕ່າງໆ ເຊັ່ນ: ຄວາມຜິດໂຕນກັນລະຫວ່າງເຂດແຄວ້ນ, ຄວາມຜິດໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດ, ຄວາມຜິດໂຕນກັນດ້ານລາຍຮັບ ແລະບັນຫາອື່ນໆຢ່າງເປັນເຈົ້າການ. ເຮັດໃຫ້ປະຊາຊົນໄດ້ເຫັນການປ່ຽນແປງ ແລະ ໄດ້ຮັບຜົນປະໂຫຍດ.

 

ໃນວັນທີ 25 ກຸມພາປີ 2021 ເຊິ່ງຫຼັງຈາກການສຳຫຼວດດັ່ງກ່າວສິ້ນສຸດລົງແລ້ວ 20 ກວ່າວັນ, ກອງປະຊຸມສະຫຼຸບ ແລະ ຍ້ອງຍໍການລຶບລ້າງຄວາມທຸກຍາກທົ່ວປະເທດຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ໄດ້ປະກາດຕໍ່ທົ່ວໂລກວ່າ, ບັ້ນການລຶບລ້າງຄວາມທຸກຍາກຂອງຈີນ ໄດ້ຮັບໄຊຊະນະແລ້ວຢ່າງຮອບດ້ານ.

 

ປະເທດຕ່າງໆພັດທະນາຮ່ວມກັນຈິ່ງແມ່ນການພັດທະນາທີ່ແທ້ຈິງໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ_fororder_图片4

 

ໃນກອງປະຊຸມສົນທະນາລະຫວ່າງການນຳກັບຜູ້ຕາງໜ້າວົງການອຸດສາຫະກຳ-ການຄ້າຂອງຈີນ ແລະ ອາຟຼິກາ, ທ່ານ ສີຈິ້ນຜິງ ເຄີຍກ່າວປາຖະກະຖາພາຍໃຕ້ຫົວຂໍ້ວ່າ “ຮ່ວມກັນກ້າວໄປສູ່ເສັ້ນທາງຮັ່ງມີ” ໂດຍກ່າວເນັ້ນໜັກວ່າ: ຈະສະໜັບສະໜູນອາຟຼິກາເຂົ້າຮ່ວມການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນ, ຊົມໃຊ້ໝາກຜົນການພັດທະນາຮ່ວມກັນ ແລະ ບັນລຸຄວາມຮັ່ງມີຮ່ວມກັນ. ທ່ານຊີ້ໃຫ້ເຫັນຢ່າງແຈ່ມແຈ້ງວ່າ, ການບັນລຸຄວາມຮັ່ງມີຮ່ວມກັນຂອງປະຊາຊົນປະເທດຕ່າງໆ ເຊິ່ງລວມທັງປະຊາຊົນອາຟຼິກາ ເປັນເນື້ອໃນສຳຄັນຂອງການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

 

ປະເທດຕ່າງໆພັດທະນາຮ່ວມກັນຈິ່ງແມ່ນການພັດທະນາທີ່ແທ້ຈິງໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ_fororder_图片5

 

ທຸກມື້ນີ້,ຈີນພວມປະກອບສ່ວນເພື່ອໃຫ້ປະຊາຊົນປະເທດຕ່າງໆຮັ່ງມີຂຶ້ນຮ່ວມກັນ ດ້ວຍພຶດຕິກຳລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຮ່ວມກັນຂອງປະເທດຕົນ.

ຄຳ​ເຫັນ

0