吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຄື່ອນ​ໄຫວ​ດ້ານ​ການ​ຕ່າງ​ປະ​ເທດ​ຜ່າ​ນ​ທາງວິ​ດີ​ໂອ​ ແລະ​ໂທ​ລະ​ສັບຂອງ ​ທ່າ​ນ​ ສີ​ຈິ້ນ​ຜິງ ​ໃນ​ປີ 2021

2022-01-07 10:25:19 ​cri

ການ​ເຄື່ອນ​ໄຫວ​ດ້ານ​ການ​ຕ່າງ​ປະ​ເທດ​ຜ່າ​ນ​ທາງວິ​ດີ​ໂອ​ ແລະ​ໂທ​ລະ​ສັບຂອງ  ​ທ່າ​ນ​ ສີ​ຈິ້ນ​ຜິງ ​ໃນ​ປີ 2021_fororder_11

    ປີ 2021, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນຜ່ານ​ທາງວິ​ດີ​ໂອ 40 ຄັ້ງ, ໄດ້​ສົນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບ​ກັບ​ຜູ້​ນຳຕ່າງ​ປະ​ເທດ ແລະ​ ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ 79 ຄັ້ງ ທັງໄດ້​ກ່າວ​ຄຳ​ປາ​ໄສ, ສົ່ງ​ສານ ແລະ​ ສົ່ງຈົດ​ໝາຍ​ຜ່ານ​ທາງວິ​ດີ​ໂອ​ຫຼາຍກວ່າ​ 100 ຄັ້ງ.  

    ປີ 2021, ທ່ານ ​ສີ​ຈິ້ນ​ຜິງ ​ໄດ້ຊູຄັນທຸງແຫ່ງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດຢູ່ສະເໝີ ແລະໄດ້​ກ່າວ​ເນັ້ນ​ໜັກຫຼາຍ​ເທື່ອ​ວ່າ ​ຕ້ອງ​ປົກ​ປັກ​ຮັກ​ສາ ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດ “ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ”.

    ວັນ​ທີ 25 ມັງ​ກອນ 2021, ທ່ານ ​ສີ​ຈິ້ນ​ຜິງ ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ “ວາລະປະຊຸມດາວົສ” ຂອງເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ດ້ວຍ​ຮູບ​ແບບ​ວິ​ດີ​ໂອ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ ໄດ້ກ່​າວ​ວ່າ: ວຽກ​ງານ​ສາ​ກົນ​ຄວນ​ໃຫ້​ປະ​ເທດ​ຕ່າງໆ​ປຶກ​ສາ​ຫາ​ລື​ນຳ​ກັນ, ອະ​ນາ​ຄົດ ແລະ​ ຊາ​ຕາ​ກຳ​ຂອງ​ໂລກ​ ຄວນ​ໃຫ້​ບັນ​ດາ​ປະ​ເທດ​ກຳ​ກັບ​ຮ່ວມ​ກັນ.

    ທ່ານ​ ຄ​ຣາວ​ສ ສ​ະວາບ ຜູ້​ສ້າງ​ຕັ້ງ ທັງ​ເປັນ​ປະ​ທານ​ປະ​ຕິ​ບັດ​ງານ​ຂອງເວທີ ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ທ່ານປະ​ທານ​ ສີ​ຈິ້ນ​ຜິງ ​ໄດ້​ສະ​ເໜີ​ຂອບ​ການ​ພັດ​ທະ​ນາ​ໃຫ້​ໂລກ. ເພາະ​ວ່າ​ພວກ​ເຮົາ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນຫຼາຍ, ພວກ​ເຮົາ​ຕ້ອງ​ເປັນ​ຜູ້​ຕັດ​ສິນ​ຊີ້ຂາດອະ​ນາ​ຄົດ​ຂອງ​ພວກ​ເຮົາ​ເອງ.”

    ລັດ​ທິຫຼາຍ​ຝ່າຍ​ ແມ່ນ​ແນວຄວາມ​ຄິດ​ແກນ​ກາງ​ຂອງ​ລະ​ບົບ​ສາ​ກົນ ແລະ​ ລະ​ບຽບ​ສາ​ກົນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ. ທ່ານ ​ສີ​ຈິ້ນ​ຜິງ ​ກ່າວ​ເນັ້ນ​ໜັກວ່າ: “ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ” ມີຈຸດ​ປະ​ສົງ​​ຄື​ ຮຽກ​ຮ້ອງ​ໃຫ້​ເດີນ​ຕາມ​ເສັ້ນ​ທາງ​ທີ່​ສາມັກຄີກັນ, ຮ່ວມ​ມື​ກັນ ແລະ​ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ.

    ປີ 2021, ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ເອີ​ຣົບ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່. ທ່ານ​ ສີ​ຈິ້ນ​ຜິງ ​ໄດ້​ເປັນ​ປະ​ທານ​ຂອງ​ກອງ​ປະ​ຊຸມ​​ຜູ້​ນຳ​ຈີນ-ຝ​ຣັ່ງ-ເຢຍ​ລະ​ມັນຜ່ານ​ທາງວິ​ດີ​ໂອ 2 ຄັ້ງ ແລະ ກອງ​ປະ​ຊຸມ​ສຸດຍອດ​ຈີນ-ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກ​ ແລະເອີຣົບກາງ​ທາງວິ​ດີ​ໂອ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ.

    ປີ 2021, ຈີນ​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ປະ​ເທດ​ອ້ອມຂ້າງ ເພື່ອຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ. ທ່ານ​ ສີ​ຈິ້ນ​ຜິງ ຍັງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລ​ະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງເວທີ​ປຶກ​ສາ​ຫາ​ລື​ ການ​ຮ່ວມ​ມື​ຈີນ-ອາ​ຟຣິກາ, ໂດຍ​ໄດ້​ເປີດກວ້າ​ງ​ຂອບ​ເຂດ​ການ​ຮ່ວມ​ມື​ໃຕ້-ໃຕ້.

    ວັນ​ທີ 21 ກັນ​ຍາ​ 2021, ໃນ​ເວ​ລາ​ເຂົ້າ​ຮ່ວມການ​ອ​ະ​ພິ​ປາຍ​ທົ່ວ​ໄປ​ຂອງ​​ກອງ​ປະ​ຊຸມ​​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດສະໄໝທີ 76, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມກ່ຽວກັບການ​ພັດ​ທະ​ນາ​ທົ່ວ​ໂລກ​ເປັນ​ຄັ້ງ​ທຳ​ອິດ,  ຮ່ວມ​ກັນ​ຊຸ​ກ​ຍູ້​​ກາ​ນ​ພັດ​ທະ​ນາ​ທົ່ວ​ໂລກ​ໃຫ້ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ມີຄວາມດຸນ​ດ່ຽງກັນ, ປະ​ສານ​ກົມກຽວກັນ ແລະ​ ກວມລວມ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ດ້ານ​ການ​ພັດ​ທະ​ນາ​ຂອງ​ໂລກ.

    ວັນ​ທີ 11 ຕຸ​ລາ 2021, ໃນ​ກອງ​ປະ​ຊຸມປະ​ເທດ​ລົງນາມໃນ​ສົນ​ທິ​ສັນ​ຍ​າຊີ​ວະ​ນານາພັນ​ຄັ້ງ​ທີ 15 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​, ແຂວງ​ຢູນ​ນານ, ປະເທດຈີນ, ທ່ານ ​ສີ​ຈິ້ນ​ຜິງ ​ໄດ້​ສະ​ເໜີ​ຈຸດ​ຢືນ​ຂອງ​ຈີນ​ທີ່​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ໃນ​ໂລກ.

    ວັນ​ທີ 15 ທັນ​ວາ 2021, ທ່ານ​ ສີ​ຈິ້ນ​ຜິງ ແລະ​ ທ່ານ ​ວາ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ​ໄດ້ພົບ​ປະ​ກັນ​ຜ່ານ​ທາງວິ​ດີ​ໂອ. ໃນ​ການ​ພົບ​ປະ​ທາງວິ​ດີ​ໂອ​ຄັ້ງ​ນີ້, ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້ສະແດງຄວາມ​ຄອງ​ຄອຍການ​ນັດພົບ​ກັນໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ສຸດ​ໃຈ​, ທັງ​ໄດ້​ສົ່ງ​ສັນ​ຍານອັນ​ຊັດ​ເຈນທີ່ວ່າ “​ຮ່ວມ​ກັນ​ມຸ່ງ​ໜ້າ​ສູ່​ອະ​ນາ​ຄົດ​” ໃຫ້​ກັບ​ໂລກ.

ຄຳ​ເຫັນ

0