徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິດຈະກຳກິລາລະດູໜາວຄົນພິການຈີນຄັ້ງທີ 6 ຈັດຂຶ້ນຢູ່ແຂວງກຸ້ຍໂຈ່ວ

2022-01-07 14:58:28 cri

ກິດຈະກຳກິລາລະດູໜາວຄົນພິການຈີນຄັ້ງທີ 6 ຈັດຂຶ້ນຢູ່ແຂວງກຸ້ຍໂຈ່ວ_fororder_WechatIMG182

ຕາມຂ່າວCRI: ວັນທີ 6 ມັງກອນນີ້, ກິດຈະກຳກິລາລະດູໜາວຄົນພິການຈີນຄັ້ງທີ 6 ທີ່ມີສະຫະພັນຄົນພິການຈີນເປັນເຈົ້າພາບ, ໄດ້ມອບໃຫ້ສະຫະພັນນພິການແຂວງກຸ້ຍໂຈ່ວແລະກົມກິລາແຂວງກຸ້ຍໂຈ່ວເປັນຝ່າຍຈັດງານໄດ້ຈັດຂຶ້ນຢູ່ລານສະກີ້ກ່າວໂພ່ຢູນຕີງທີ່ນະຄອນກຸ້ຍຢາງຂອງແຂວງກຸ້ຍໂຈ່ວ.

 

ກິດຈະກຳຄັ້ງນີ້ມີຫົວຂໍ້ຫຼັກແມ່ນ “ງານຕ້ອນຮັບກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວທີ່ໃກ້ຈະວຽນຈັດຂຶ້ນ, ຕ້ອນຮັບແຂກຢ່າງອົບອຸ່ນ”, ຄຳຂວັນຂອງກິດຈະກຳແມ່ນ “ຕ້ອນຮັບງານກິລາໂອລິມປິກລະດູໜາວຢ່າງເບີກບານມ່ວນຊື່ນ, ແຂວງກຸ້ຍໂຈ່ວມີພະລັງຊີວິດແລະມີຄວາມຫຼາກຫຼາຍສີສັນ”. ໃນພິທີເປີດງານໄດ້ຈັດການສະແດງຕ່າງໆ, ​ເຊັ່ນ: ການຫຼິ້ນສະກີ້,​ ການເຕັ້ນເຊືອກຄົນຕາບອດ, ກິລາເຄີລີງຢູ່ເທິງດິນຊາຍ,​ກິດຈະກຳສຳພັດກັບກິລາລະດູໜາວຄົນພິການແລະການແຂ່ງຂັນກິລາເພື່ອສ້າງບັນຍາກາດມ່ວນຊື່ນ.

 

ຂ່າວແຈ້ງວ່າ,​ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອສົ່ງເສີມໃຫ້ເພື່ອນມິດຄົນພິການຈຳນວນຫຼາຍໄດ້ສຳພັດກັບບັນຍາກາດຄວາມເບີກບານມ່ວນຊື່ນຂອງກິລາລະດູ

ໜາວຮ່ວມກັນ, ຮັບຮູ້ແລະເຂົ້າໃຈງານກິລາໂອລິມປິກຄົນພິການລະດູໜາວ, ພ້ອມກັນນັ້ນກໍ່ເປັນການສ້າງບັນຍາກາດໃຫ້ທົ່ວສັງຄົມເຂົ້າຮ່ວມກິລາລະດູໜາວຢ່າງຕັ້ງໜ້າ, ເພື່ອປະກອບສ່ວນເຂົ້າໃນງານກິລາໂອລິມປິກລະດູໜາວຄົນພິການ ປັກກິ່ງ2022.

ຄຳ​ເຫັນ

0