尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ເສກ​ສັນ​ປັ້ນ​ແຕ່ງ​ຄຳ​ຫຼອກ​ລວງ​ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ຊິ່ນ​ຈ່ຽງພຽງ​ແຕ່​ຈະ​ເຮັດໃຫ້ພາບ​ພົດຂອງ​ຕົນ​ທີ່​ເປັນ “ຜູ້​​ປົກປ້ອງ​​ສິດ​ທິ​ມະ​ນຸດ” ປະ​ສົບ​ຄວາມ​ຫຼົ້ມ​ເຫຼວໄວ​ຂຶ້ນເທົ່າ​ນັ້ນ

2022-01-07 16:55:25 cri

ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ເສກ​ສັນ​ປັ້ນ​ແຕ່ງ​ຄຳ​ຫຼອກ​ລວງ​ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ຊິ່ນ​ຈ່ຽງພຽງ​ແຕ່​ຈະ​ເຮັດໃຫ້ພາບ​ພົດຂອງ​ຕົນ​ທີ່​ເປັນ “ຜູ້​​ປົກປ້ອງ​​ສິດ​ທິ​ມະ​ນຸດ” ປະ​ສົບ​ຄວາມ​ຫຼົ້ມ​ເຫຼວໄວ​ຂຶ້ນເທົ່າ​ນັ້ນ_fororder_e001ae5527c345aa87672bcd36c216ca

      ຕາມ​ການ​ລາຍ​ງານ​ວ່າ: ນັກ​ການ​ເມືອງ​ບາງ​ຄົນ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຕຳ​ໜິ​ບໍ​ລິ​ສັດເຕ​ສ​ລາ​ຫຼື Tesla​ ​ທີ່ເປີດ​ຫ້ອງວາງ​ສະ​ແດງ​ລົດ​ຢູ່​ເຂດ​ຊິ່ນ​ຈ່ຽງ​​ປະ​ເທດຈີນ,ແລະ​ກ່າວ​ວ່າ​ບໍ່​ລິ​ສັດ​ດັ່ງ​ກ່າວ​ບໍ່​ເອົາ​ຫົວ​ຊາ​ນຳເລື່ອງ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊິ່ນ​ຈ່ຽງ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ມັງ​ກອນ​ນີ້, ທ່ານ ຫວ່າງ​ເຫວີນ ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ແລະ​ກ່າວ​ວ່າ: “ພວກ​ເຮົາ​ໄດ້​ສັງ​ເກດ​ເຫັນ​ວ່າ:ອາ​ເມ​ຣິ​ກາ​ກ່າວ​ວ່າ​ບໍ່​ຄວນ​ນີ້ງ​ເສີຍ​ກັບເລື່ອງ​ທີ່​ເກີດ​ຂຶ້ນຢູ່​ເຂດ​ຊິ່ນ​ຈ່ຽງ. ຖ້າ​ເປັນ​ແບບ​ນັ້ນ, ​ເປັນ​ຫຍັງນັ​ບ​ແຕ່​ເດືອນ​ທັນ​ວາ​ປີ 2018 ເປັນ​ຕົ້ນ​ມາ, ໄດ້​ມີ​ຜູ້​ຊ່ຽວ​ຊານ,ນັກ​ວິ​ຊາ​ການ,ນັກ​ຂ່າວ,​ນັກ​ການ​ທູດແລະ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຈາກ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ທັງ​ໝົດ 2 ພັນ​ກວ່າ​ທ່ານ​ໄດ້​ໄປ​ທັດ​ສະ​ນະ​ຢ້ຽມ​ຢາມ​ຢູ່​ເຂດ​ຊິ່ນ​ຈ່ຽງ,​ແລະ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ກັບ​​ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງແລະ​ປະ​ຊາ​ຊົນ​ມີ​ຄວາມ​ປອງດອງ​ກັນ. ປະ​ຊາ​ຊົນ​ເຜົ່າ​ອຸຍ​ເກີ​ແລະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ​ສາ​ມາດ​ຊົມ​ໃຊ້​​ສິດແລະ​ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ​​ໄດ້ຢ່າງ​ເຕັມ​​ທີ່ແລະ​ສະ​ເໝີ​ພາບກັນ​,​ເຂົາ​ເຈົ້າ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານ​ປະ​ເທດ​ແລະ​ເຂດ​ຊິ່ນ​ຈ່ຽງ,ເລື່ອງ​ຈິງ​ເຫຼົ່າ​ນີ້​ເປັນ​ເລື່ອງ​ທີ່​ເຫັນ​ກັບ​ຕາ​ຮ່ວມ​ກັນ. ຊັ້ນ​ເປັນ​ຫຍັງ​ອາ​ເມ​ຣິ​ກາ​ຈຶ່ງ​ເບິ່ງ​ຂ້າມ​ເລື່ອງ​ນີ້.”

      ທ່ານ ຫວ່າງ​ເຫວີນ​ປິ່ນ ກ່າວ​ຕື່ມ​ວ່າ: “ອາ​ເມ​ຣິ​ກາ​ບໍ່​ເອົາ​ຫົວ​ຊາ​ນຳ​​ຄວາມເປັນ​ຈິງ​ແລະ​ເລື່ອງ​ຈິງ​ດັ່ງ​ກ່າວ,ພັດ​ໄດ້​ດຳ​ເນີນ​ການ​ລົງ​ໂທດ​​ເຂດ​ຊິ່ນ​ຈ່ຽງ​ບົນ​ພື້ນ​ຖານ​ຄຳ​ຫຼອກ​ລວງ​ເພື່ອ​ລຶບ​ລ້າງ​ເລື່ອງ​ຈິງ​ມາ​ແຕ່​ດົນ​ແລ້ວ ເຊິ່ງ​ໄດ້​ເຜີຍ​ແບ​ເຈດ​ຕະ​ນາ​ທີ່​ແທ້​ຈິງ​ຂອງ​ອາ​ເມ​ຣິ​ກາ​ອີກ​ເທື່ອ​ໜຶ່ງ​ໃນ​ການ​ບີບ​ບັງ​ຄັບ​​ຈີນທາງ​ດ້ານ​ເສດ​ຖະ​ກິດ​ແລະ​​ກົດ​ດັນ​ທາງ​ດ້ານ​ການ​ເມືອງ​ໃນ​ຂໍ້​ອ້າງ​ສິດ​ທິ​ມະ​ນຸດ. ອາ​ເມ​ຣິ​ກາ​ເສກ​ສັນ​ປັ້ນ​ແຕ່ງ​ຄຳ​ຫຼອກ​ລວງ​ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ຊິ່ນ​ຈ່ຽງ​ພຽງ​ແຕ່​ຈະ​ເຮັດ​ໃຫ້​ຊາວ​ໂລກ​ໄດ້​ຮັບ​ຮູ້​ທາດ​ແທ້​ທີ່​ຈອມ​ປອມ​ຂອງ​ອາ​ເມ​ຣິ​ກາ​​ຕື່ມ​ອີກໃນ​ການ​ປົກ​ປ້ອງ​​ສິດ​ທິ​ມະ​ນຸດ​ ແລະເຮັດ​ໃຫ້​ພາບ​ພົດຂອງ​ອາ​ເມ​ຣິ​ກາ​ທີ່​ເປັນ ‘ຜູ້​ປົກ​ປ້ອງ​ສິດ​ທິ​ມະ​ນຸດ’ ປະ​ສົບ​ຄວາມ​ຫຼົ້ມ​ເຫຼວ​ໄວ​ຂຶ້ນ. ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ຕ້ອນ​ຮັບ​ເພື່ອນ​ມິດ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມາ​ຢ້ຽມ​ຢາມ​ເຂດ​ຊິ່ນ​ຈ່ຽງ​ໂດຍ​ຜ່ານ​ທາງ​ອອນ​ລາຍ​ຫຼື​ຢ້ຽມ​ຢາມ​​ຕົວ​ຈິງ​ແລະ​ວິ​ທີ​ອື່ນໆ,ເພື່ອ​ສຳ​ຜັດ​ກັບ​ເຂດ​ຊິ່ນ​ຈ່ຽງ​ທີ່​ສວຍ​ສົດ​ງົດ​ງາມ​ແຫ່ງ​ນີ້.”

ຄຳ​ເຫັນ

0