徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ.ປ.ປເກົາຫຼີປະສົບຜົນສຳເລັດໃນການຍິງລູກສອນໄຟນຳວິຖີທີ່ໄວກວ່າສຽງຊະນິດພິເສດ

2022-01-07 14:57:45 cri

ສ.ປ.ປເກົາຫຼີປະສົບຜົນສຳເລັດໃນການຍິງລູກສອນໄຟນຳວິຖີທີ່ໄວກວ່າສຽງຊະນິດພິເສດ_fororder_WechatIMG184

 

ຕາມຂ່າວCRI: ວັນທີ 6 ມັງກອນນີ້, ຂ່າວສານສູນກາງສ.ປ.ປເກົາຫຼີລາຍງານວ່າ,​ໃນວັນທີ 5 ມັງກອນນີ້, ສ.ປ.ປເກົາຫຼີໄດ້ປະສົບຜົນສຳເລັດໃນການຍິງລູກສອນໄຟນຳວິຖີທີ່ໄວກວ່າສຽງຊະນິດພິເສດລູກໜຶ່ງ.

.

 

ຂ່າວໄດ້ລາຍງານວ່າ, ລູກສອນໄຟນຳວິຖີທີ່ຄົ້ນຄວ້າແລະຜະລິດໂດຍສະຖາບັນຄົ້ນຄວ້າວິທະຍາສາດການປ້ອງກັນປະເທດແຫ່ງສ.ປ.ປເກົາຫຼີລູກນີ້ໄດ້ຍິງໄປໄກ 700 ກິໂລແມັດ, ແລະຖືກເປົ້າໝາຍທີ່ວາງໄວ້ຢ່າງສຳເລັດຜົນ, ທັງໄດ້ຢືນຢັນເຖິງສະມັດຕະພາບຂອງລະບົບເຊື້ອໄຟຂອງລູກສອນໄຟນຳວິຖີໃນສະພາບອາກາດໜາວ. ຂ່າວຍັງໄດ້ລາຍງານຕື່ມວ່າ: ຄວາມສຳເລັດລຽນຕິດຂອງການຍິງລູກສອນໄຟນຳວິຖີທີ່ໄວກວ່າສຽງຊະນິດພິເສດແມ່ນມີຄວາມໝາຍດ້ານຍຸດທະສາດໃນ ການຊຸກຍູ້ການຫັນເປັນທັນສະໄໝຂອງກຳລັງປະກອບອາວຸດດ້ານຍຸດທະສາດແຫ່ງຊາດຂອງສ.ປ.ປເກົາຫຼີ.

ຄຳ​ເຫັນ

0