郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານສະ​ແດງ​ຄ​ວາມ​ເຫັນ​ໃຈ​ເຖິງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີມໍ​ຣີ​ຕາ​ນີ

2022-01-08 14:32:49 cri

ວັນ​ທີ8ມັງ​ກອນນີ້,ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານສະ​ແດງ​ຄ​ວາມ​ເຫັນ​ໃຈ​ເຖິງ​ທ່ານ​ກັ​ສວາ​ນີ ປະ​ທາ​ນາ​ທິ​ບໍ​ດີມໍ​ຣີ​ຕາ​ນີ ເພື່ອ​ສະ​ແດ​ງ​ຄວາມເຫັນ​ໃຈ​ຕໍ່​ທ່ານ​ກັ​ສວາ​ນີ​ທີ່​ໄດ້​ຕິດ​ພະ​ຍາດ​ໂຄວິດ-19.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ໄດ້​ຮູ້​ຂ່າວວ່າ ​ທ່ານ​ປະ​ທ​ານາ​ທິ​ບໍ​ດີກັ​ສວາ​ນີ​ຕິດ​ພະ​ຍາດໂຄວິດ-19, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​​ຕໍ່​ທ່ານແລະ​ຂໍ​ອວຍ​ພອນ​ໃຫ້​ທ່ານ​ຈົ່ງ​ຟື້ນ​ຟູ​ສຸ​ຂະ​ພາບ​ໂດຍໄວ. ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນມໍ​ຣີ​ຕາ​ນີ​ໃນ​ການຕ້ານ​ກັບ​ພະ​ຍາດ​ໂຄວິດ-19,ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ກັ​ສວາ​ນີ,ມໍ​ຣີ​ຕາ​​ນີ​​ຈະ​ສາ​ມາດເອົາ​ຊະ​ນະພະ​ຍາດ​ໂຄວິດ-19ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານສະ​ແດງ​ຄ​ວາມ​ເຫັນ​ໃຈ​ເຖິງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີມໍ​ຣີ​ຕາ​ນີ_fororder_1598878416

 

ຄຳ​ເຫັນ

0