郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄັງສຳຮອງສະກຸນເງິນຕາຕ່າງປະເທດຂອງຈີນມີເຖິງ 3250,2 ຕື້ໂດລາ

2022-01-08 14:59:19 cri

ຕົວ​ເລກ​ສ​ະຖິ​ຕິຫຼ້າ​ສຸດ​ຂອງອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ທ້າຍ​ເດືອນ​ທັນ​ວາ​ປີ2021, ຄັງ​ສຳ​ຮອງ​ສະ​ກຸນ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ ​ໄດ້​ບັນ​ລຸ​ເຖິງ 3250,2 ຕື້​ໂດ​ລາສະ​ຫະ​ລັດ,ເມື່ອ​​ທຽບ​ກັບ​ທ້າຍ​ເດືອນ​ພະ​ຈິກ​ປີ​ກາຍນີ້​ແລ້ວ ໄດ້​ເພີ່ມ​ຂຶ້ນ 27,8 ຕື້​ໂດ​ລາສະ​ຫະ​ລັດ ຫຼື 0.86%.

ທ່ານ​ນາງ ວາງ​ຊູ່ນ​ຢີ່ງ ​ຮອງຫົວ​ໜ້​າ​ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ,ທັງ​ເປັນ​ໂຄ​ສົກ​​ຂອງ​ອົງ​ການ​ດັ່ງ​ກ່າວ​ໄດ້​ກ່າວ​ວ່າ: ໃນ​ເດືອນ​ທັນ​ວາ​ປີ2021ຜ່ານ​ມາ,ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເຄື່ອນ​ໄຫວ​ຢ່າງ​ໝັ້ນ​ທ່ຽງ,​ທຶນໝູນ​ວຽນ​ຂ້າ​ມ​ຊາດ​ມີ​ຄວາມ​ຄຶກ​ຄັກ​ແລະ​ເປັນ​ລະ​ບຽບ​ດີ. ໃນ​ຕະ​ຫຼາດ​ການ​ເງິນ​ສາ​ກົນ,ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ປັດ​ໄຈ​ຕ່າງໆ ເຊັ່ນ ພະ​ຍາດ​ໂຄວິດ-19ສືບ​ຕໍ່ແຜ່​ລະ​ບາດ, ຄວາມຄາດ​ຫວັງ​ດ້ານ​ນະ​ໂຍ​ບາຍ​ເງິນ​ຕາຂອງ​ປະ​ເທດ​ຕົ້ນ​ຕໍ ແລະ​ອື່ນໆ,​ເຮັດ​ໃຫ້ດັດ​ຊະ​ນີ​ເງິນ​ໂດ​ລາ​​ສະ​ຫະ​ລັດຕົກ​ຕ່ຳ​ລົງ,ລາ​ຄາ​ຂອງ​ຊັບ​ສິນ​ທາງ​ການ​ເງິນ​ຂອງ​ບັນ​ດາ​ປະ​ເທດ​ຕົ້ນ​ຕໍມີ​ການ​ຕ່ຳ​ລົງ ກໍ​ມີ​ການ​ເພີ່ມ​ຂຶ້ນ. ຄັງ​ສຳ​ຮອງສະ​ກຸນ​ເງິນ​ຕາ​ຕ່າງ​ປະ​ເທດ​ແມ່ນ​ຄິດ​ໄລ່​ດ້ວຍ​ເງິນ​ໂດ​ລາ,ເງິນ​ສຳ​ຮອງ​ທີ່​ບໍ່​ແມ່ນ​ເງິນ​ໂດ​ລາ ເມື່ອ​ແລກ​ປ່ຽນ​ເປັນ​ເງິນ​ໂດ​ລາ​ແລ້ວ​ຈະ​ໄດ້​ເພີ່ມ​ຂຶ້ນ, ບວກ​ກັບ​ປັດ​ໄຈ​ຈາກ​ການ​ປ່ຽນ​ແປງ​ຂອງລາ​ຄາ​ຊັບ​ສິນແລະ​ອື່ນໆ, ​ເຮັດ​ໃຫ້ຄັງ​ສຳ​ຮອງສະ​ກຸນ​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ເດືອນ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນ.

ຄຳ​ເຫັນ

0