刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕະຫຼາດຫຼັກ​ຊັບ​ປັກ​ກິ່ງ​ໄດ້ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຊັບ​ສົມ​ບັດ​ໃນ​ເບື້ອງ​ຕົ້ນ

2022-01-10 16:03:05 cri

ຫວ່າງມໍ່ໆ​​ມານີ້, ທ່ານ​ຊ​ວີ​ໝິງ ຜູ້​ອຳ​ນວຍ​ການ​ໃຫຍ່​ຕະຫຼາດຫຼັກ​​ຊັບ​ປັ​ກ​ກິ່ງ​ໄດ້​ກ່າວ​ໃນ​ເວ​ທີ​ປຶກ​ສາ​ຫາ​ລືວຽກ​ງານ​ຢູ່​ສະ​ຖານ​ທີ່​ແຫ່ງ​ໜຶ່ງວ່າ: ນັບ​ແຕ່​ໄດ້​ເປີດ​ບໍ​ລິ​ການ​ໃນ​ວັນ​ທີ 15 ເດືອນ​ພະ​ຈິກ​ປີ 2021 ເປັນ​ຕົ້ນ​ມາ, ຕະຫຼາດຫຼັກ​ຊັບ​ປັກ​ກິ່ງ​ໄດ້​ຮັກ​ສາ​​ຈັງ​ຫວະ​ການ​ເຄື່ອນ​ໄຫວ​ໄດ້​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ລວມ, ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕະຫຼາດ​​ໄດ້ຢ່າງບໍ່​ຢຸດ​ຢັ້ງ, ການ​ປະ​ຕິ​ຮູບ​ທີ່​ສຳ​ຄັນ​ໄດ້​​ມີຜົນ​ງານ​ທີ່​ຕັ້ງ​ໜ້າ, ​ສະ​ພາບ​ແວດ​ລ້ອມກໍ​ໄດ້​ຮັບ​ການ​ປ່ຽນ​ແປງ​ທີ່​ຕັ້ງ​ໜ້າ. ​ລາ​ຄາຫຸ້ນ​ທີ່​ຄິດ​ສະ​ເລ່ຍ​ໄດ້​ຖີບ​ສູງຂຶ້ນ 98,9% ເຊິ່ງ​ໄດ້​ເພີ່ມ​ຂຶ້ນ​ເກືອບ​ໜຶ່ງ​ເທົ່າ ​ເຮັດ​ໃຫ້​ນັກ​ລົງ​ທຶນ​ໄດ້​ກຳ​ໄລ​ໃນ​ເບື້ອງ​ຕົ້ນ.

ພ້ອມ​ດຽວ​ກັນ​ນັ້ນ, ຈຳ​ນວນ​ນັກ​ລົງ​ທຶນ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ, ປັດ​ຈຸ​ບັນ, ຕະຫຼາດຫຼັກ​ຊັບ​ປັກ​ກິ່ງ​ມີ​ນັກ​ລົງ​ທຶນຫຼາຍກວ່າ 4,75 ລ້ານ​ຄົນ, ໄດ້​ເພີ່ມ​ຂຶ້ນ 2,8 ເທົ່າ​ເມື່ອ​ທຽບ​ໃສ່​ວັນ​ປະ​ກາດ​ສ້າງ​ຕັ້ງ​ຕະຫຼາດ. ສ່ວນ​ມູນ​ຄ່າ​ການ​ຊື້​ຂາຍ​ຫຸ້ນ​ຂອງ​ບໍ​ລິ​ສັດ​ການ​ປະ​ດິດ​ສ້າງ​ໃໝ່ ແລະ ປະ​ຖົມ​ປະ​ຖານ​ໃນ 3 ຕະຫຼາດຫຼັກ​ຊັບ​ຂອງ​ຈີນ​ໃນຕະຫຼອດ​ປີ 2021 ​ກໍ​ໄດ້​ເພີ່ມ​ຂຶ້ນ 19,76% ຍ້ອນ​ໄດ້​ຮັບ​ຜົນ​ດີ​ຈາກຕະຫຼາດຫຼັກ​ຊັບ​ປັກ​ກິ່ງ.

ຄຳ​ເຫັນ

0