吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດເຊຍ ກັບ ອາເມຣິກາຈັດການເຈລະຈາກັນກ່ຽວກັບຄວາມໝັ້ນຄົງຍຸດທະສາດຮອບໃໝ່

2022-01-10 17:42:18 CRI

ຣັດເຊຍ ກັບ ອາເມຣິກາຈັດການເຈລະຈາກັນກ່ຽວກັບຄວາມໝັ້ນຄົງຍຸດທະສາດຮອບໃໝ່_fororder_webwxgetmsgimg (3)


    ຕອນຄ່ຳວັນທີ 9 ມັງກອນນີ້, ທ່ານເຊີເກ ຣີຢັບຄອຟ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ກັບ ທ່ານນາງເວນດີ ເຊີແມນ ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ຈັດການພົບປະກັນເປັນເວລາ 2 ຊົ່ວໂມງຢູ່ນະຄອນເຊີແນວ ເພື່ອເຈລະຈາກ່ຽວກັບຄວາມໝັ້ນຄົງທາງຍຸດທະສາດຮອບໃໝ່ລະຫວ່າງຣັດເຊຍ ກັບ ອາເມຣິກາ. ຫຼັງຈາກການເຈລະຈາ, ຣັດເຊຍກ່າວວ່າ: ການເຈລະຈາກັນມີຄວາມສັບສົນຫຼາຍ ບໍ່ສາມາດເຮັດແບບງ່າຍດາຍບໍ່ໄດ້.


     ວັນທີ 10 ມັງກອນນີ້, ສອງຝ່າຍຍັງໄດ້ຈັດການເຈລະຈາກັນຢ່າງຂ້ຽວຂາດກ່ຽວກັບບັນຫາຕ່າງໆ ເຊັ່ນ: ສະຖານະການອູແກຣນ, ຄວາມໝັ້ນຄົງຂອງເອີລົບ, ການຄວບຄຸມອາວຸດນິວເຄຼຍ, ຄວາມໝັ້ນຄົງທາງອິນເຕີເນັດ ແລະ ການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນ. ນອກນີ້, ຣັດເຊຍຈະຈັດການເຈລະຈາກັບກຸ່ມນາໂຕຢູ່ບຣຸກແຊນນະຄອນຫຼວງຂອງປະເທດແບນຊິກໃນວັນທີ 12 ມັງກອນນີ້ ແລະ ຈະຈັດການເຈລະຈາກັບອົງການຄວາມຫມ້ັ້ນຄົງ ແລະ ການຮ່ວມມືເອີລົບຢູ່ວຽນ ນະຄອນຫຼວງປະເທດໂອຕີຣສໃນວັນທີ 13 ມັງກອນນີ້.

ຄຳ​ເຫັນ

0