吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO:ໄວຣັດໂອມິຄຣອນພວມເຂົ້າແທນໄວຣັດຊະນິດອື່ນໆກາຍເປັນໄວຣັດຕົ້ນຕໍທີ່ແຜ່ລະບາດໃນປັດຈຸບັນ

2022-01-12 12:53:42 CRI

WHO:ໄວຣັດໂອມິຄຣອນພວມເຂົ້າແທນໄວຣັດຊະນິດອື່ນໆກາຍເປັນໄວຣັດຕົ້ນຕໍທີ່ແຜ່ລະບາດໃນປັດຈຸບັນ_fororder_奥密克戎


    ວັນທີ 11 ມັງກອນນີ້, ບົດລາຍງານປະຈຳອາທິດກ່ຽວກັບການແຜ່ລະບາດຂອງບພະຍາດໂຄວິດ-19ທີ່ປະກາດໂດຍອົງການອະນາໄມໂລກ ຫຼື WHO ຊີ້ອອກວ່າ: ໃນໄລຍະແຕ່ວັນທີ 3 ຫາວັນທີ 9 ມັງກອນນີ້, ຜູ້ເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ຕໍ່ມື້ຶຢູ່ໃນໂລກໄດ້ມີຫຼາຍກວ່າ 15 ລ້ານກໍລະນີ, ໄດ້ເພີ່ມຂຶ້ນ 55% ເມື່ອທຽບໃສຫນຶ່ງອາທິດກ່ອນນີ້. ນອກຈາກທະວີບອາຟຼິກາ, ຈຳນວນຜູ້ຖືກບົ່ງມະຕິຢູ່ແຫ່ງຕ່າງໆລ້ວນແຕ່ໄດ້ເພີ່ມຂຶ້ນຫຼາຍໂດຍຢູ່ເຂດອາຊີຕາເວັນອອກສຽງໃຕ້ໄດ້ມີຈັງຫວະເພີ່ມຂຶ້ນໄວທີ່ສຸດ ເຊິ່ງໄດ້ເພີ່ມຂຶ້ນ 418% ເມື່ອທຽບໃສ່ໜຶ່ງອາທິດກ່ອນ. ສ່ວນອັດຕາການເປັນເປັນພະຍາດໂຄວິດ-19ຢູ່ເອີລົບຍັງຢູ່ໃນ່ລະດັບສູງສຸດ. ໃນອາທິດໜຶ່ງຜ່ານມານັ້ນ 5 ປະເທດທີ່ມີຈຳນວນຜູ້ຖືກບົ່ງມະຕິເປັນພະຍາດຫຼາຍທີ່ສຸດແມ່ນອາເມຣິກາ, ຝຣັ່ງ, ອັງກິດ, ອີຕາລີ ແລະ ອິນເດຍ.

 

     ບົດລາຍງານຊີ້ອອກວ່າ,ໄວຣັດໂອມິຄຣອນໄດ້ແຜ່ລະບາດຢູ່ເຂດຊຸມຊົນຂອງຫຼາຍປະເທດ. ໃນການເກັບຕົວຢ່າງພັນທຸກຳຂອງໄວຣັດຈຳນວນ 357.206 ສະບັບໃນ 30 ວັນຜ່ານມານັ້ນ, ມີ 58,5% ເປັນໄວຣັດໂອມິຄຣອນ.

 

    ອົງການ WHO ກ່າວວ່າ, ໄວຣັດໂອມິຄຣອນມີທ່າແຮງຫຼາຍໃນການແຜ່ລະບາດ ແລະ ພວມເຂົ້າແທນໄວຣັດຊະນິດອື່ນໆກາຍເປັນໄວຣັດຕົ້ນຕໍທກຳລັງແຜ່ລະບາດຢູ່ໃນປັດຈຸບັນ.

ຄຳ​ເຫັນ

0