李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວວ່າ ການຫຼອກ​ລວງ​ໃນ​ບັນ​ຫາ​ຊິ່ນ​ຈ່ຽງ​ຍ່ອມ​ຈະ​ປະ​ລາ​ໄຊ​ຢ່າງ​ແນ່ນອນ

2022-01-13 15:02:54 cri

ວັນ​ທີ 12 ມັງ​ກອນນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ໂດຍ​ແນ​ໃສ່​ກໍ​ລະ​ນີ​ທີ່​​ພວກ​ຕໍ່​ຕ້ານ​ຈີນ​ຈຳ​ນວນ​ໜ້ອຍ​ໄດ້ໄຂ​ກອງ​ປະ​ຊຸມ​​ຜ່ານ​ທາງອອນ​ລາຍ​ກ່ຽວ​ກັບ “​ຄຳ​ຕັດ​ສິນ​ຂອງ​ສານ​ອຸຍ​ເກີ”, ໂຄ​ສົກ​​ຄະ​ນະ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ ແລະ ສະ​ແດງ​ການ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ, ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ບໍ່​ວ່າ​ປະ​ເທດ​ໃດ, ອິດ​ທິ​ກຳ​ລັງ​ໃດ ຫຼື ບຸກ​ຄົນ​ໃດ ​ຖ້າ​ມີ​ເຈດ​ຕະ​ນາ​ສ້າງ​ຄວາ​ມ​ວຸ້ນ​ວາຍ​ໃຫ້​ກັບ​ເຂດ​ຊິ່ນ​ຈ່ຽງ ແລະ ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ຈີນນັ້ນ ລ້ວນ​ແຕ່​ຕ້ອງ​ປະ​ລາ​ໄຊ​ຢ່າງ​ແນ່ນອນ.

ໂຄ​ສົກ​ທ່ານນີ້​ກ່າວ​ຕື່ມ​ວ່າ: “ສານ​​ພິ​ເສດອຸຍ​ເກີ” ແມ່ນ​ເຄື່ອງ​ມື​ທາງການ​ເມືອງ​ເພື່ອ​ດຳ​ເນີນ​ການຫຼອກ​ລວງ ທີ່​ສ້າງ​ຂຶ້ນ​ໂດຍ​​ພວກຕໍ່​ຕ້ານ​ຈີນ​ຈຳ​ນວນ​ໜ້ອຍ ​ທີ່​ເຕົ້າ​ໂຮມໂດຍ “ກອງ​ປະ​ຊຸມ​ຜູ້​ແທນ​ອຸຍ​ເກີ​ໂລກ” ທີ່​ເປັນ​ກຸ່ມ​ຕໍ່​ຕ້ານ ແລະ ແບ່ງ​ແຍກ​ປະ​ເທດ​ຈີນ​ທີ່​ມີ​ຊື່​ສຽງ​ບໍ່​ດີ ພາຍ​ໃຕ້​ການ​ຄອບ​ງຳ ແລະ ການ​ສະ​ໜັບ​ສະ​ໜູນ​ດ້ານ​ການເງິນ​​ຈາກ​ອິດ​ທິ​ກຳ​ລັງ​ຕາ​ເວັນ​ຕົກຕໍ່​ຕ້ານ​ຈີນ​​ທີ່​ນຳ​ໂດຍ​ອາ​ເມ​ຣິ​ກາ. ອັນ​ທີ່​ວ່າ “ສານ” ນີ້​ ທັງ​ບໍ່​ມີ​ຄຸນ​ວຸດ​ທິ​ໃດໆ​ດ້ານ​ກົດ​ໝາຍ, ທັງ​ບໍ່​ມີ​ຄວາມ​ໜ້າ​ເຊື່ອ​ຖື​ໃດໆ. ອັນ​ທີ່​ວ່າ “​ຄຳ​ຕັດ​ສິນ” ຂອງ “ສານ” ພຽງ​ແຕ່​ເປັນ​ລະ​ຄອນ​ຕະຫຼົກ​ທີ່ກຳ​ກັບ ແລະ ສະ​ແດງ​​ເອງໂດຍ​ພວກ​ຕໍ່​ຕ້ານ​ຈີນ​ເທົ່າ​ນັ້ນ, ເຊິ່ງ​ເປັນ​ການ​ກະ​ທຳ​ຕ່ຳ​ຊ້າ​ທີ່ຫຼົບຫຼູ່​ກົດ​ໝາຍ ແລະ ສະ​ພາບຄວາມ​ເປັນ​ຈິງ, ຜູ້​ທີ່​ບໍ່​ມີ​ອະ​ຄະ​ຕິ ລ້ວນ​ແຕ່ຈະ​​ບໍ່​ຖືກຫຼອກ​ລວງ​ທັງ​ນັ້ນ. ລະ​ຄອນ​ຕະຫຼົກ​ດັ່ງ​ກ່າວ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຫຍັງ​ກັບ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ ທັງ​ຈະ​ຖືກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ປະ​ເທດສະ​ມາ​ຊິກຈຳ​ນວນຫຼາຍ​ຄັດ​ຄ້ານ ແລະ ສະ​ກັດ​ກັ້ນ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0