郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CPIຂອງ​ອາ​ເມ​ຣິ​ກາ​ໃນ​ເດືອນ​ທັນ​ວາ​ປີ​ກາຍ​ໄດ້ເພີ່ມ​ຂຶ້ນ7%ເມື່ອ​ທຽບ​ໃສ່​​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນໄລ​ຍະ​40ປີ​ມານີ້

2022-01-13 16:52:30 cri

ວັນ​ທີ12ມັງ​ກອນນີ້,ກະ​ຊວງ​ແຮງ​ງານ​ຂອງ​ອາ​ເມ​ຣິ​ກາ​ໄດ້ປະ​ກາດ​ສະ​ຖິ​ຕິໂດຍ​ສະ​ແ​ດງ​ໃຫ້​ເຫັນ​ວ່າ: ​ດັດ​ຊະ​ນີ​ລາ​ຄາ​ຜູ້​ບໍ​ລິ​ໂພກ​ ຫຼື ​ຂອງ​ອາ​ເມ​ຣິ​ກາ​ໃນ​ເດືອນ​ທັນ​ວາ​ປີ​ກາຍ​ໄດ້ເພີ່ມ​ຂຶ້ນ0,5%ເມື່ອ​ທຽບ​ໃສ່​ເດືອນ​ພະ​ຈິກ​ປີ​ກາຍນີ້,ແລະ​ໄດ້ເພີ່ມ​ຂຶ້ນ7%ເມື່ອ​ທຽບ​ໃສ່ໄລ​ຍະ​​ດຽວ​ກັນ​ຂອງ​ປີ​​ກ່ອນ,ເຊິ່ງ​ເປັນ​ການ​ເພີ່ມ​ຂຶ້ນ​ຫຼາຍທີ່​ສຸດ​ເມື່ອ​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນເລີ່ມ​ຈາກ​ເດືອນ​ມິ​ຖຸ​ນາ​ປີ1982ເປັນ​ຕົ້ນ​ມາ,​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມ​ຣິ​ກາ​ໄດ້​ຮັບແຮງ​ກົດ​ດັນ​​ຈາກໄພ​ເງິນ​ເຟີ້​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ນັກ​ເສດ​ຖະ​ກິດ​ເຫັນ​ວ່າ: ​ການ​ທີ່ອາ​ເມ​ຣິ​ກາ​ໄດ້​ຮັບແຮງ​ກົດ​ດັນ​​ຈາກໄພ​ເງິນ​ເຟີ້​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແມ່ນ​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຫຼາຍ​ປັດ​ໄຈ ເຊັ່ນວ່າ: ຜູ້​ບໍ​ລິ​ໂພກ​ມີ​ຄວາມ​ຕ້ອງ​ການສິນ​ຄ້າ​ຫຼາຍ​ຂຶ້ນ,ຕ່ອງ​ໂສ້​ການ​ສະ​ໜອງ​ອ່ອນ​ເພຍ​ຄື​ເກົ່າ, ເງິນ​ເດືອນ​ເພີ່ມ​ຂຶ້ນ, ນະ​ໂຍ​ບາຍ​ເງິນ​ຕາໂຍະ​ຍານ​ເກີນ​ໄປ ແລະ​ອື່ນໆ,ບັນ​ຫາ​ເຫຼົ່າ​ນີ້​ບໍ່​ສາ​ມາດ​ຜ່ອນ​ຄາຍ​ໄດ້​ໃນ​ໄລ​ຍະ​ສັ້ນ. ບົດ​ບັນ​ທຶກກອງ​ປະ​ຊຸມ​ນະ​ໂຍ​ບາຍ​ເງິນ​ຕາ​ໃນ​ເດືອນ​ທັນ​ວາ​ປີ​ກາຍນີ້​ທີ່​ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ ຫຼື FED​​ໄດ້ປະ​ກາດ​ໃນ​ອາ​ທິດ​ຜ່ານ​ມາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ເບື້ອງ​ຫຼັງ​ທີ່​ສະ​ພາບ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ແຂງ​ແຮງ​ຂຶ້ນ ແຕ່​ໄພ​ເງິນ​ເຟີ້​ສູງຂຶ້ນ​ຢ່າ​ງ​ບໍ່​ຢຸດຢັ້ງ, FED​ອາດ​ຈະ​ເພີ່ມດອກ​ເບ້ຍ​ກ່ອນ​ເວ​ລາ​ກຳ​ນົດ.

CPIຂອງ​ອາ​ເມ​ຣິ​ກາ​ໃນ​ເດືອນ​ທັນ​ວາ​ປີ​ກາຍ​ໄດ້ເພີ່ມ​ຂຶ້ນ7%ເມື່ອ​ທຽບ​ໃສ່​​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນໄລ​ຍະ​40ປີ​ມານີ້_fororder_meiguo

ຄຳ​ເຫັນ

0