李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ ປະ​ເທດ​ອິ​ສ​ລາມ​ຈຳ​ນວນຫຼວງຫຼາຍ​ຈະ​ເຂົ້າ​ໃຈ​ແລະ​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ອັນ​ເປັນ​ທຳ​ຂອງ​ຈີນ​ໃນ​ບັນ​ຫາ​ເຂດ​ຊິ່ນ​ຈ່ຽງ

2022-01-14 11:19:38 cri

ໃນ​ເວ​ລາ​ແນະ​ນຳ​ສະ​ພາບ​ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ແລະ ຕວກ​ກີ ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມັງ​ກອນນີ້, ທ່ານ ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາ​ມ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ຊິ່ນ​ຈ່ຽງ​ຢ່າງ​ເລິກ​ເຊິ່ງ.

ທ່ານ ວ່າງ​ເວີນ​ປິ່ນ ແນະ​ນຳ​ໃຫ້​ຮູ້​ວ່າ: ທ່ານ ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ເນັ້ນ​ໜັກ​ວ່າ: ທາດ​ແທ້​ຂອງ​ບັນ​ຫາ​ຊິ່ນ​ຈ່ຽງ ແມ່ນ​ບັນ​ຫາ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ ແລະ ຕ້ານ​ການ​ແບ່ງ​ແຍກ, ລັດ​ຖະ​ບານ​ຈີນ​ມີ​ໜ້າ​ທີ່​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ປອງດອງ​ ແລະ ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຊິ່ນ​ຈ່ຽງ. ປະ​ເທດ​ຕາ​ເວັນ​ຕົກ ເຊັ່ນ: ອາ​ເມ​ຣິ​ກາ​ເປັນ​ຕົ້ນ ໄດ້​ປ່າວ​ຂ່າວ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ ແລະ ໂຈມ​ຕີ​ປະ​ເທດ​ຈີນ​ກ່ຽວ​ກັບ​ບັນ​ຫາ​ຊິ່ນ​ຈ່ຽງ​ຢ່າງຫຼວງຫຼາຍ, ມີ​ເຈດ​ຕະ​ນາ​ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຊິ່ນ​ຈ່ຽງ, ຈຸດ​ປະ​ສົງ​ຕົ້ນ​ຕໍ​ກໍ​ຄື​ສະ​ກັດ​ກັ້ນ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ຈີນ. ຫວັງ​ວ່າ​ ຕວກ​ກີ ແລະ ປະ​ເທດ​ອິ​ສ​ລາມ​​ຈຳ​ນວນຫຼວງຫຼາຍ ຈະ​ເຂົ້າ​ໃຈ ແລະ ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ທີ່​ຖືກ​ຕ້ອງ​ຂອງ​ຈີນ​ໃນ​ບັນ​ຫາ​ຊິ່ນ​ຈ່ຽງ.

ທ່ານ ວ່າງ​ເວີນ​ປິ່ນ ແນະ​ນຳ​ໃຫ້​ຮູ້​ຕື່ມ​ວ່າ, ທ່ານ ເມບ​ລຸດ ກາ​ວູ​ໂຊກ​ລູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕວກ​ກີ ກ່າວ​ວ່າ: ຕວກ​ກີ​ຈະ​ປະ​ຕິ​ບັດ​ຕາມຫຼັກ​ການ​ປະ​ເທດ​ຈີນ​ດຽວ, ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​​ນຳ​ໃຊ້​ດິນ​ແດນ​ພວກ​ກີ​ເພື່ອ ​ເຄື່ອນ​ໄຫວກໍ່​ການ​ຮ້າຍ​ດ້ວ​ຍ​ຄວາມ​ຮຸນ​ແຮງ ແລະ ເຄື່ອນ​ໄຫວ​ຕໍ່​ຕ້ານ​ຈີນ​ເພື່ອ​ທຳ​ລາຍ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ.

ຄຳ​ເຫັນ

0