吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງກິດຫ້າມບໍ່ໃຫ້ໃຊ້ຫົວເຫວີຍແມ່ນຍ້ອນອາເມຣິກາບີບບັງຄັບ?ຈີນກ່າວວ່າ:ການໃຊ້ອຳນາດບີບບັງຄັບຍ່ອມຈະຖືກສະກັດກັ້ນ

2022-01-14 11:31:11 CRI

ອັງກິດຫ້າມບໍ່ໃຫ້ໃຊ້ຫົວເຫວີຍແມ່ນຍ້ອນອາເມຣິກາບີບບັງຄັບ?ຈີນກ່າວວ່າ:ການໃຊ້ອຳນາດບີບບັງຄັບຍ່ອມຈະຖືກສະກັດກັ້ນ_fororder_汪文斌

 

    ວັນທີ 13 ມັງກອນນີ້, ໃນກອງປະຊຸມຂ່າວ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຜູ້ປະສົບເຄາະຮ້າຍຍ້ອນ “ນະໂຍບາຍຕ່າງປະເທດແບບບີບບັງຄັບ”ຂອງອາເມຣິກາມີຢູ່ທຸກແຫ່ງຫົນຂອງ
ໂລກ.  


    ວັນທີ 10 ມັງກອນນີ້, ອະດີດລັດຖະມົນຕີກະຊວງການຄ້າອັງກິດກ່າວວ່າ, ພາກສ່ວນຂ່າວລັບ ແລະ ຄວາມໝັ້ນຄົງຂອງອັງກິດໄດ້ຢືນຢັນມາຫຼາຍເທື່ອແລ້ວວ່າ, ການໃຊ້ການບໍລິການ ຫົວເຫວີຍ ຫຼື HUAWEI ບໍ່ມີຄວາມສ່ຽງໃດໆ. ຂໍ້ຕົກລົງທີ່ຫ້າມບໍ່ໃຫ້ນຳໃຊ້
ອຸປະກອນ ແລະ ການບໍລິການ 5G  ຂອງຫົວເຫວີຍຂອງລັດຖະບານບໍ່ກ່ຽວກັບຄວາມໝັ້ນຄົງແຫ່ງຊາດ ຫາກແມ່ນຍ້ອນຖືກອາເມຣິກາບີບບັງຄັບ.

 

    ຕໍ່ເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ: ນີ້ໄດ້ຢືນຢັນອີກເທື່ອໜຶ່ງວ່າ ອັນທີ່ເອີ້ນວ່າເຫດຜົນດ້ານຄວາມໝັ້ນຄົງຂອງຊາດ ຫຼື ຄວາມສ່ຽງດ້ານເຕັກນິກ 5G,ພຽງແຕ່ເປັນຂໍ້ອ້າງທີ່ອາເມຣິການຳໃຊ້ເພື່ອປາບປ້າມວິສາຫະກິດໄຮເຕັກຂອງຈີນ. ຄຳວ່າ “ອິນເຕີເນັດສະອາດ” ທີ່ອາເມຣິກາສະເໜີອອກມານັ້ນມີຄວາມໝາຍຄືກັນກັບຄຳວ່າ“ນະໂຍບາຍຕ່າງປະເທດແບບບີບບັງຄັບ”, ຜູ້ປະສົບເຄາະຮ້າຍຍ້ອນ “ນະໂຍບາຍຕ່າງປະເທດແບບບີບບັງຄັບ”ຂອງອາເມຣິກາມີຢູ່ທຸກແຫ່ງຫົນຂອງໂລກ,ການໃຊ້ອຳນາດຂອງອາເມຣິກາເພື່ອບີບບັງຄັບປະເທດອື່ນຍ່ອມຈະຖືກກະກັດກັ້ນ ແລະ ຖືກຄັດຄ້ານນັບມື້ນັບກວ້າງຂວາງຈາກປະຊາຄົມໂລກ.

ຄຳ​ເຫັນ

0