吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລຂາຖະແຫຼງຂ່າວປະທານາທິບໍດີຣັດເຊຍກ່າວວ່າ:ສະຖານະການຢູ່ເຂດຊາຍແດນຣັດເຊຍ-ອູແກຼນຂ້ຽວຂາດຫຼາຍ

2022-01-16 12:31:10 CRI

ເລຂາຖະແຫຼງຂ່າວປະທານາທິບໍດີຣັດເຊຍກ່າວວ່າ:ສະຖານະການຢູ່ເຂດຊາຍແດນຣັດເຊຍ-ອູແກຼນຂ້ຽວຂາດຫຼາຍ_fororder_3372b5bdc4f9486dac6ff0746e9fd7b4

 

    ວັນທີ 16 ມັງກອນນີ້, ຂ່າວສານຣັດເຊຍລາຍງານວ່າ, ໃນເວລາໃຫ້ສຳພາດຕໍ່ CNN ຂອງອາເມຣິກາ, ທ່ານດີມີຕຣີ ເປັສໂກຟ ເລຂາຖະແຫຼງຂ່າວປະທານາທິບໍດີຣັດເຊຍກ່າວວ່າ, ປັດຈຸບັນ ສະຖານະການຢູ່ເຂດຊາຍແດນຣັດເຊຍ-ອູແກຼນຂ້ຽວຂາດຫຼາຍ, ສະນັ້ນ ຣັດເຊຍຕ້ອງການໄດຮັບຄຳຕອບຕົວຈິງກ່ຽວກັບຂໍ້ສະເຫນີທີ່ຮຽກຮ້ອງໃຫ້ຮັບປະກັນຄວາມຫມັ້ນຄົງ.


    ທ່ານເປັສໂກຟກ່າວວ່າ, ອາເມຣິກາບໍ່ມີຫຼັກຖານໃດໆທີ່ືຢືນຢັນອັນທີ່ເອີ້ນວ່າຣັດເຊຍພວມເຮັດໃຫ້ສະຖານະການຢູ່ເຂດອ້ອມອູແກຼນເຄັ່ງຕຶງຂຶ້ນ, ຫວັງວ່າອາເມຣິກາຈະສາມາດສະຫນອງຫຼັກຖານໃຫ້. ຣັດເຊຍໄດ້ປະຕິເສດມາຕັ້ງຫຼາຍເທື່ອແລ້ວຕໍ່ກັບເລື່ອງທີ່ປະເທດຕາເວັນຕົກເວົ້າວ່າ ຣັດເຊຍໄດ້ເຕົ້າໂຮມທະຫານຢູ່ເຂດຊາຍແດນຣັດເຊຍ-ອູແກຼນ, ທ່ານປະທານາທິບໍດີປູຕິນກໍ່ໄດ້ກ່າວໂດຍເອງວ່າຣັດເຊຍຈະບໍ່ໂຈມຕີປະເທດໃດໆ, ອັນທີ່ເອີ້ນວ່າ “ຄວາມຂົ່ມຂູ່ຈາກຣັດເຊຍ” ແມ່ນຖືກປັ້ນແຕ່ງອອກມາ, ແມ່ນເຄື່ອງມືທີ່ນຳໃຊ້ເພື່ອສ້າງຜົນປະໂຫຍດໃຫ້ກັບຕົນເອງ.

ຄຳ​ເຫັນ

0