秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຍິນດີໃຫ້ການຊ່ວຍເຫຼືອ ແລະການສະໜັບສະໜູນແກ່ປະເທດຕົງກາທີ່ປະສົບໄພພິບັດຈາກພູໄຟລະເບີດ

2022-01-17 15:59:18 cri

ວັນ​ທີ 16 ມັງ​ກອນ​ນີ້, ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງນັກ​ຂ່າວ​ກ່ຽວ​ກັ​ບ​ເຫດກ​ານ​ພູ​ໄຟ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ຕົງ​ກາ, ທ່ານວ່າງ​ເວີນ​ປິ່ນ, ໂຄ​ສົກ​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​​ໄດ້ໃຫ້​ຄວາມ​ສົນ​ໃຈເປັນ​ພິ​ເສດ​ຕໍ່​ກັບ​ເຫດກ​ານ​ພູ​ໄຟ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ຕົງ​ກາ ເຊິ່ງ​ໄດ້​ພາ​ໃຫ້​ເກີດ​ມີຄື້ນ​ສຶນາ​ມິ, ຝຸ່ນ​ຂີ້​ເທົ່າ ແລະ​ໄພ​ພິ​ບັດ​ອື່ນໆ. ຈີນ​ຍິນ​ດີ​ໃຫ້​ການ​ຊ່ວຍ​ເຫຼືອ ແລະ​ການ​ສະໜັບ​ສະ​ໜູນ ໂດຍ​ອີງຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ຕົງ​ກາ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ສະ​ຖານ​ທູດ​ຈີນ​ປະ​ຈຳ​ຕົງ​ກາ​ໄດ້​ເລີ່ມ​ປະ​ຕິ​ບັດ​ແຜນ​ການ​ຮັບ​ມື​ສຸກ​ເສີນ​ໃນ​ທັນ​ທີ ໂດຍ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຝ່າຍ​ຕ່າງໆ ເພື່ອ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາບຂອງ​ພົນ​ລະ​ເມືອງ​ຈີນ. ປັດ​ຈຸ​ບັນ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ຕົງ​ກາ​ຍັງ​ບໍ່​ໄດ້​ຮັບ​ລາຍ​ງານ​ວ່າ​ມີ​ພົນ​ລະ​ເມືອງ​ຈີນ​​ເສຍ​ຊີ​ວິດ ແລະ​ບາດ​ເຈັບ​ເທື່ອ. ຈີນ ແລະຕົງ​ກາ​ເປັນ​ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ຈີນ​ຂໍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ແລະ​ສົ່ງຄວາມ​ຢື້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ລັດ​ຖະ​ບານ ແລະ​ປະ​ຊາ​ຊົນ​ຕົງກາ ແລະ​ຍິນ​ດີ​ໃຫ້​ການ​ຊ່ວຍ​ເຫຼືອ ແລະ​ການ​ສະໜັບ​ສະ​ໜູນ ໂດຍ​​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​​ຕົງ​ກາ.

ຄຳ​ເຫັນ

0