蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຍິງ​ເຊື້ອ​ສາຍ​ອາ​ຊີ​​ຄົນໜຶ່ງ​ຖືກ​ຍູ້​ລົງ​ລາງ​ລົດ​ໄຟ​ໃຕ້​ດິນ​ນິວຢອກ​ເສຍ​ຊີ​ວິດ​ກັບ​ທີ່

2022-01-17 16:25:52 CRI

ຕອນ​ເຊົ້າ​ວັນ​ທີ 15 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ຢູ່ນະ​ຄອນ​ນິວຢອກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ມີ​ຄະ​ດີ​ຍູ້​ຄົນ​ລົງ​ລາງ​ລົດ​ໄຟ, ຜູ້​ຍິງ​ເຊື້ອ​ສາຍ​ອາ​ຊີ​ຄົນ​ໜຶ່ງ​ອາ​ຍຸ 40 ປີ​ເສຍ​ຊີ​ວິດ​ກັບ​ທີ່, ຜູ້​ຕ້ອງ​ຫາ​ຄົນ​ໜຶ່​ງ​ຖືກ​ຈັບແລ້ວ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ເຈົ້າ​ໜ້າ​ທີ່​ຕຳຫຼວດ​ນະ​ຄອນ​ນິວຢອກ​ກ່າວ​ວ່າ: ເຫດ​ການ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ຢູ່​​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນສາຍ N/Q/R ປ້າຍ​ສະ​ໜາມຫຼວງ​ທາມ​ສ​ຖະ​ໜົນ​ເລກ​ທີ 42. ເວ​ລາ​ປະ​ມານ 9 ໂມງ 40 ນາ​ທີ​ຂອງ​ຕອນ​ເຊົ້າ​ວັນ​ທີ 15 ມັງ​ກອນ​ນີ້, ​ໃນຂະ​ນະ​ທີ່​ຂະ​ບວນ​ລົດ​ໄຟ​ສາຍ R ທີ່​ເດີນ​ທາງ​ຈາກ​ທິດ​ເໜືອ​ໄປ​ສູ່​ທິດ​ໃຕ້​​ພວມ​ແລ່ນ​ເຂົ້າສະ​ຖາ​ນີ​ດັ່ງ​ກ່າວ, ຜູ້​ຍິງ​ຄົນ​ໜຶ່ງ​ຖືກ​ຍູ້​ລົງ​​ລາງ​ລົດ​ໄຟ. ພາຍຫຼັງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມາ​ໄປ​ຮອດ​ບ່ອນ​ເກີດ​ເຫດ​ແລ້ວ​ພົບ​ວ່າ: ຜູ້​ຍິງ​ຄົນ​ນີ້​ລົ້ມ​ຢູ່​ເທິງ​ລາງ​ລົດ​ໄຟ ແລະ ຖືກ​ບາດ​ເຈັບ​ຈົນ​ໝົດ​ສະ​ຕິ​ໄປ​ແລ້ວ. ຫຼັງ​ຈາກ​ນັ້ນ, ​ພະ​ນັກ​ງານ​ປະ​ຖົມ​ພະ​ຍາ​ບານ​ໄດ້​ແຈ້ງວ່າ: ຜູ້​ຍິງ​​ຄົນ​ນີ້​ເສຍ​ຊີ​ວິດ​ກັບ​ທີ່​ແລ້ວ. ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກ່າວ​ວ່າ: ຜູ້​ຖືກ​ເຄາະ​ຮ້າຍ​ບໍ່​ໄດ້​ມີ​ການ​​ຜິດ​ຖຽງ​ຫຍັງ​ກັບ​ຜູ້​ຕ້ອງ​ຫາ ກ່ອນ​ເກີດ​ເຫດ, ກ່ອນ​ໜ້າ​ນີ້, ຜູ້​ຕ້ອງ​ຫາ​ຄົນ​ນັ້ນ​ເຄີຍ​ລົບ​ກວນ​ຜູ້​ຍິງ​ອີກ​ຄົນ​ໜຶ່ງ​ທີ່​ບໍ່​ແມ່ນ​ຄົນ​ເຊື້ອ​ສາຍ​ອາ​ຊີ, ແຕ່​ຜູ້​ຍິງ​ຄົນ​ນັ້ນ​ໄດ້ຫຼົບຫຼີກ​ໄປ​ທາງ​ອື່ນ​ແລ້ວ.

ຕາມ​ຂ່າວ​ແຈ້ງວ່າ: ຜູ້​ຕ້ອງ​ຫາ​ໄດ້​ໜີ​ອອກ​ຈາກ​ບ່ອນ​ເກີດ​ເຫດ ແລະ ໄດ້ເຂົ້າ​ມອບ​ຕົວ​ຢູ່​ສະ​ຖາ​ນີ​ຕຳຫຼວດ. ປັດ​ຈຸ​ບັນ, ຜູ້​ກ່ຽວຖືກ​ກັກ​ຕົວ​ໄວ້​ແລ້ວ.

ຄຳ​ເຫັນ

0