黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊີຣີໄດ້ຮັບເຂົ້າສານທີ່ຈີນຊ່ວຍເຫລືອໂດຍດ່ວນທັງຫມົດແລ້ວ

2022-01-17 10:24:56 CRI

ວັນທີ 16 ມັງກອນນີ້ຕາມເວລາທ້ອງຖິ່ນ, ສະພາຊີກວົງເດືອນແດງ ອາຣັບປະເທດຊີຣີ ໄດ້ຮັບເຂົ້າສານງວດທີ 3, ທີ 4, ທີ 5 ແລະທີ 6 ທັງຫມົດ 2.520 ໂຕນທີ່ລັດຖະບານຈີນໃຫ້ການຊ່ວຍເຫລືອທາງມະນຸດສະທຳໂດຍດ່ວນ ແກ່ຊີຣີ, ກ່ອນຫນ້ານີ້, ຝ່າຍຊີຣີໄດ້ຮັບເຂົ້າສານສອງງວດທີ່ຈີນໃຫ້ການຊ່ວຍເຫລືອແລ້ວ 1.750 ໂຕນ. ມາຮອດປັດຈຸບັນນີ້, ເຂົ້າສານທີ່ລັດຖະບານຈີນຊ່ວຍເຫລືອຊີຣີ ໂດຍດ່ວນມີທັງຫມົດ 4.270 ໂຕນທີ່ໄດ້ຖືກຂົນສົ່ງໄປເຖິງຊີຣີແລ້ວ ເພື່ອສະຫນັບ ສະຫນູນລັດຖະບານຊີຣີໃນການຜ່ອນຄາຍບັນຫາການສະຫນອງອາຫານ ແລະ ຮັບມືກັບວິກິດການດ້ານມະນຸດສະທຳທີ່ຊີຣີພວມປະເຊີນໃນສະເພາະຫນ້ານີ້.

ນັບແຕ່ຊີຣີໄດ້ເກີດວິກິດການໃນປີ 2011 ເປັນຕົ້ນມາ, ລັດຖະບານຈີນໄດ້ໃຫ້ການຊ່ວຍເຫລືອດ້ານມະນຸດສະທຳແກ່ຊີຣີດ້ວຍວິທີຕ່າງໆ ແລະ ຊ່ອງທາງຕ່າງໆມາໂດຍຕະຫລອດ ແລະ ຫລັງຈາກໄດ້ເກີດມີການແຜ່ລະ ບາດຂອງພະຍາດໂຄວິດ-19, ຈີນກໍໄດ້ໃຫ້ການຊ່ວຍເຫລືອດ້ານວັກຊີນ, ອຸປະ ກອນການແພດ ແລະອື່ນໆ ແກ່ຊີຣີ ເພື່ອຕ້ານກັບການແຜ່ລະບາດຂອງພະຍາດ ດັ່ງກ່າວ.

ຄຳ​ເຫັນ

0