ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກອງປະຊຸມເວທີປຶກສາຫາລືຈີນ-ອາເມຣິກາທີ່ຮົງກົງຄັ້ງທີ 3 ທີ່ຈັດຮ່ວມໂດຍສູນແລກປ່ຽນເສດຖະກິດສາກົນຈີນ ແລະມູນນິທິເພື່ອການແລກປ່ຽນຈີນ-ອາເມຣິກາຂອງຮົງກົງໄດ້ດຳເນີນຂຶ້ນແຕ່ວັນທີ 19-21 ມັງກອນນີ້ຜ່ານທາງວິດີໂອ. ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວໄດ້ລົງເລິກປຶກສາຫາລື ແລະແລກປ່ຽນຄວາມຄິດເຫັນຢ່າງເຕັມສ່ວນ ແລະລົງເລິກກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ສິ່ງທ້າທາຍ ແລະການຄຸ້ມຄອງດ້ານສາຍພົວພັນຈີນ-ອາເມຣິກາ, ການຟື້ຟູເສດຖະກິດທົ່ວໂລກ, ການຄ້າ ແລະການລົງທຶນ, ຕ່ອງໂສ້ການສະໜອງທົ່ວໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການແລກປ່ຽນດ້ານວັດທະນະທຳ ແລະອື່ນໆ.
ທ່ານເຝີງກົວຈີ່ງ ຮອງປະທານມູນນິທິເພື່ອການແລກປ່ຽນຈີນ-ອາເມຣິກາຂອງຮົງກົງຊີ້ອອກວ່າ: ໃນໄລຍະມໍ່ໆມານີ້, ກອງປະຊຸມພົບປະຕ່າງໆລະຫວ່າງຂັ້ນສູງຈີນ-ອາເມຣິກາ, ລວມທັງວົງການການເມືອງ ແລະການຄ້າ ເຊິ່ງໄດ້ເຮັດໃຫ້ພວກເຮົາມີຄວາມປິຕິຊົມຊື່ນ ແລະມີກຳລັງໃຈຫຼາຍ. ຈີນ ແລະອາເມຣິກາໃນຖານະເປັນປະເທດໃຫຍ່ໃນໂລກ, ຄວນຮ່ວມກັນແບກຫາບຄວາມຮັບຜິດຊອບ ແລະພັນທະສາກົນ, ປະກອບສ່ວນຄັ້ງປະຫວັດສາດເຂົ້າໃນການຊຸກຍູ້ສັນຕິພາບ ແລະການພັດທະນາຂອງໂລກ.
ຜູ້ຕ່າງໜ້າຝ່າຍຕ່າງປະເທດຊີ້ອອກວ່າ: ອາເມຣິກາ ແລະຈີນຄວນຕັ້ງໜ້າປຶກສາຫາລື ແລະຕິດຕໍ່ພົວພັນກັນ, ເພີ່ມທະວີການຮ່ວມມືຕົວຈິງໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ຮ່ວມກັນຊຸກຍູ້ການຟື້ນຟູເສດຖະກິດໂລກ, ແກ້ໄຂບັນຫາເພົ້ນເດັ່ນທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ເຊັ່ນ: ຕ່ອງໂສ້ການສະໜອງມີການຂາດສະບັ້ນເປັນຕົ້ນ.
ຄຳເຫັນ
0