蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມປະຈຳປີຂອງເວທີປຶກສາຫາລືເສດຖະກິດໂລກຈະຈັດຂຶ້ນຢູ່ດາໂວສໃນທ້າຍເດືອນພຶດສະພາໜ້ານີ້

2022-01-23 16:28:36 cri

ເວທີປຶກສາຫາລືເສດຖະກິດໂລກໄດ້ຖະແຫຼງຂ່າວໃນວັນທີ 21 ມັງກອນນີ້ວ່າ: ຈະຈັດກອງປະຊຸມປະຈຳປີ 2022 ຢູ່ດາໂວສ ເມືອງນ້ອຍຂອງປະເທດສວິສ ແຕ່ວັນທີ 22 ຫາ 26 ພຶດສະພາໜ້ານີ້.


ຖະແຫຼງຂ່າວລະບຸວ່າ: ຫົວຂໍ້ສຳຄັນໃນກອງປະຊຸມປະຈຳປີ ຈະລວມມີການຊຸກຍູ້ການຟື້ນຟູ ເສດຖະກິດໃນໄລຍະທ້າຍຂອງການແຜ່ລະບາດຂອງພະຍາດໂຄວິດ-19, ການຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ, ການປັບປຸງສະພາບການປະກອບອາຊີບໃນອະນາຄົດ ແລະ ການເຮັດແນວໃດເພື່ອນຳໃຊ້ເຕັກນິກຕ່າງໆໃນການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ອື່ນໆ.


ກອງປະຊຸມຄັ້ງນີ້ຈະຈັດຂຶ້ນໃນຮູບແບບອັອຟລາຍ ແລະ ປຶກສາຫາລືກັນ ໂດຍປິ່ນອ້ອມ ຫົວຂໍ້ຮ່ວມມືກັນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈກັນຄືນໃໝ່”. ເວທີປຶກສາຫາລື ເສດຖະກິດໂລກ ຈະຈັດກອງປະຊຸມປະຈຳປີຄັ້ງນີ້ ພາຍໃຕ້ສະພາບການທີ່ຮັບປະກັນ ສຸຂະພາບຂອງແຂກຜູ້ມີກຽດທີ່ມາຮ່ວມປະຊຸມ, ພະນັກງານ ແລະ ປະຊາຊົນທ້ອງຖິ່ນ.


ຕາມແຜນການ, ກອງປະຊຸມຄັ້ງນີ້ຈະຈັດຂຶ້ນໃນເດືອນມັງກອນນີ້ຢູ່ດາໂວສ, ແຕ່ໄດ້ເລື່ອນ ເວລາອອກໄປໃຫ້ຈັດຂຶ້ນໃນເດືອນພຶດສະພາປີນີ້ ກໍຍ້ອນວ່າໄດ້ເກີດມີການແຜ່ລະບາດຂອງ ພະຍາດໂຄວິດ-19 ກາຍພັນໂອມິຄຣອນ.

ຄຳ​ເຫັນ

0