ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 15 ມັງກອນນີ້, ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG wfhປະກາດ LOGO ຂອງງານລາຕີສິລະປະສະຫຼອງບຸນກຸດຈີນປີ 2022. LOGO ດັ່ງກ່າວປະກອບດ້ວຍຕົວໜັງສືຈີນທີ່ຂຽນວ່າ “ງານລາຕີສິລະປະສະຫຼອງບຸນກຸດຈີນ 2022 ຂອງ CMG” ແລະພາບເສືອມຸງຄຸນໂຕໜຶ່ງ, ພາບ LOGO ຕົ້ນຕໍແມ່ນສີແດງແລະສີເຫຼືອງຄຳ, ເຊິ່ງໄດ້ເນັ້ນໜັກບັນຍາກາດເບີກບານມ່ວນຊື່ນຢ່າງພົ້ນເດັ່ນໃນວັນບຸນປະເພນີທີ່ສຳຄັນຂອງຈີນ.
ວັນທີ 21 ມັງກອນນີ້, ງານລາຕີສິລະປະສະຫຼອງບຸນກຸດຈີນ 2022 ກໍໄດ້ຈັດການຊ້ອມ ຄັ້ງທຳອິດ.
ງານລາຕີປີນີ້ໄດ້ຖື “ຄວາມເບີກບານມ່ວນຊື່ນແລະສິລິມຸງຄຸນ” ເປັນບັນຍາກາດຕົ້ນຕໍຕາມເຄີຍ, ແລະຖື “ແນວຄິດ+ສິລະປະ+ເຕັກນິກ” ເປັນແນວຄວາມຄິດການປະດິດຄິດແຕ່ງ, ເຮັດໃຫ້ຜູ້ຊົມມ່ວນຊື່ນນຳຊີວິດທີ່ດີງາມໃນທ່າມກາງສຽງຫົວຊົມຊ້ອຍຊື່ນແລະຄວາມຊາບຊຶ້ງ, ແລະສະແດງໃຫ້ເຫັນຄວາມໝັ້ນໃຈໂຕເອງແລະຈິດໃຈທະນົງອົງອາດຂອງລູກຫຼານຊົນຊາດຈີນ.
ຄຳເຫັນ
0