何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບ້ານ​ພັກ​ນັກ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ບໍ​ລິ​ການ​ເຮັດ​ບັດ​ຢັ້ງ​ຢືນ​ທີ່​ສະ​ດວກວ່ອງ​ໄວ​ແກ່​ຄະ​ນ​ະນັກ​ກິ​ລາ​ປະ​ເທດ​ຕ່າງໆ

2022-01-25 11:22:48 CRI

ບ້ານ​ພັກ​ນັກ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ບໍ​ລິ​ການ​ເຮັດ​ບັດ​ຢັ້ງ​ຢືນ​ທີ່​ສະ​ດວກວ່ອງ​ໄວ​ແກ່​ຄະ​ນ​ະນັກ​ກິ​ລາ​ປະ​ເທດ​ຕ່າງໆ_fororder_0125-1

ນັບ​ມາ​ຮອດ​ຕອນ​ບ່າຍ​ວັນ​ທີ 24 ມັງ​ກອນ​ນີ້, ບ້ານ​ພັກ​ນັກ​ກິ​ລາໂອ​ລິມ​ປິກລະ​ດູ​ໜາວ​ປັກ​ກິ່ງ 3 ແຫ່ງ​ໄດ້​ເປີດ​ລິ​ການ​ການກະ​ກຽມ​ເປັນ​ເວ​ລາ 2 ວັນ, ແລະ​ໄດ້​ຕ້ອນ​ຮັບ​​ຜູ້ປະ​ສານ​ງານ​ລ່ວງ​ໜ້າ​ຂອງຄະ​ນະນັກ​ກິ​ລາ 33 ປະ​ເທດ ເຊິ່ງ​ລວມ​ທັງ ຈີນ, ອັງ​ກິດ, ອາ​ເມ​ຣິ​ກາ, ກາ​ນາ​ດາ, ນອກ​ແວ ແລະ​ອື່ນໆ.

ໃນ​ໄລ​ຍະທີ່​ເປີດ​ບໍ​ລິ​ການ​ການກະ​ກຽມ​, ​ຜູ້​ປະ​ສານ​ງານ​ຂອງ​ຄະ​ນະ​ນັກ​ກິ​ລາ​ປະ​ເທດ​ຕ່າງ​​ໄດ້​ໄປ​ຮອດ​ບ້ານ​​ພັກ​ນັກກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເພື່ອ​ແຈ້ງ​ລາຍ​ຊື່​ສຸດ​ທ້າຍ​ສຳ​ລັບຜູ້​ທີ່​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ​ຮູ້​ບ່ອນ​ພັກ​ເຊົາ, ແລະ​ໄດ້​ດຳ​ເນີນ​ວຽກ​ງານ​ກະ​ກຽມ​ສຳ​ລັບ​​ທີມ​ງານ​ໃຫຍ່​ຂອງຄະ​ນະ​​ນັກ​ກິ​ລາ​ປະ​ເທດ​ຕົນ​ທີ່​ຈະ​ເດີນ​ທາງ​ມາ​ຮອດ​ເຂດ​ແຂ່ງ​ຂັນໃນ​ເວ​ລາ​ເປີດ​ບ້ານ​ພັກ​ນັກ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວ​ປັກ​ກິ່ງຢ່າງ​ເປັນ​ທາງ​ການ.

ນາງ​ຈ້າວ​ສ້ຽວ​ຊິ້ງ ຜູ້​ຊ່ວຍ​​ໜ່ວຍ​ງານລົງ​ທະ​ບຽນ​ຂອງ​ທີມ​ງານ​ບໍ​ລິ​ການ​ບ້ານ​ພັກ​ນັກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ຮູ້​ວ່າ, ​ພຽງ​ແຕ່ໃຊ້​ເວ​ລາ4-5 ນາ​ທີ​ກໍ​ສາ​ມາດ​ອອກ​ບັດ​ຢັ້ງ​ຢືນ​ໄດ້​ບັດ​ໜຶ່ງ, ສາ​ມາດ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ນັກ​ກິ​ລາ ແລະ ​ຄະ​ນະນັກ​ກິ​ລາ​ຕ່າງໆເວ​ລາ​ຮັບ​ເອົາ​ບັດ​ຢັ້ງ​ຢືນ​ ແລະ ໃຊ້​ໃນ​ເວ​ລາ​ອັນ​ສັ້ນໆ.

ຄຳ​ເຫັນ

0