刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະນັກ​ກິ​ລາ​ສະ​ກີ​​ເທິງ​ພູ​ຂອງອາ​ເມ​ຣິ​ກາ​ຄອງ​ຄອຍ​ການ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2022-01-25 17:46:06 cri

ຄະ​ນະນັກ​ກິ​ລາ​ສະ​ກີ​​ເທິງ​ພູ​ຂອງອາ​ເມ​ຣິ​ກາ​ຄອງ​ຄອຍ​ການ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ_fororder_微信图片_20220125155822

ໃນ​ທ້າຍ​ອາ​ທິດ​ແລ້ວ​ນີ້, ລາຍ​ຊື່ຄະ​ນະ​ນັກ​ກິ​ລາ​​ຂອງ​ອາ​ເມ​ຣິ​ກາ​ທີ່​ຈະ​ເຂົ້າ​ຮ່ວມງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ອອກ​ມາ​ຄົບ​ແລ້ວ, ລວມ​ມີນັກ​ກິ​ລາ​ທັງ​ໝົດ 222 ຄົນທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ​ກີ​ລາສະ​ກີ​​ເທິງ​​ພູ​ເປັນ​ໜຶ່ງ​ໃນ​ທ່າ​ແຮງ​ຂອງການ​ແຂ່ງ​ຂັນຂອງ​ຄະ​ນະ​ນັກ​ກິ​ລາ​ອາ​ເມ​ຣິ​ກາ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ເທື່ອ​ນີ້​ອາ​ເມ​ຣິ​ກາ​ກໍ​ຈະ​ສົ່ງ​ນັກ​ກິ​ລາ​ຜູ້​ດີ​ເດັ່ນ​ເຂົ້າ​ຮ່ວມ​ງານ.

ຫວ່າງມໍ່ໆ​ມາ​ນີ້, ໂຄ​ສົກ​ຄະ​ນະ​ນັກ​ກິ​ລາ​ສະ​ກີ​​ເທິງ​ພູ​​ຂອງອາ​ເມ​ຣິ​ກາ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ນັກ​ກິ​ລາ​ອາ​ເມ​ຣິ​ກາ​ຄອງ​ຄອຍ​ທີ່​ສຸດ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ງານ​ມະ​ຫະ​ກຳ​ກິ​ລາຄັ້ງ​ນີ້​ຈະ​ເປັນ​ຄວາມ​ຊົງ​ຈຳ​ທີ່​ດີ​ງາມ ແລະ​ເປັນ​ຄວາມ​ພາກ​ພູມ​ໃຈໃນ​ຕະຫຼອດ​ຊີ​ວິດ​ຂອງ​ຜູ້​ເຂົ້າ​ຮ່ວມ​ທຸກ​ຄົນ.

ຄຳ​ເຫັນ

0