吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເພນີບຸນກຸດຈີນ: ອະ​ນາ​ໄມເຮືອນໃນ​ມື້​ແຮມ 9 ຄ່ຳ ເດືອນ 12

2022-01-26 14:49:24 CRI

ອະ​ນາ​ໄມເຮືອນໃນ​ມື້​ແຮມ 9 ຄ່ຳ ເດືອນ 12_fororder_(净版)腊月二十四扫房子

 

ວັນທີ 26 ມັງກອນນີ້ ຕົກເປັນ​ມື້​ແຮມ 9 ຄ່ຳ ເດືອນ 12 ຕາມຈັນທະຄະຕິຈີນ, ເຊິ່ງເປັນວັນອະ​ນາ​ໄມເຮືອນ. ​ໃນ​ມື້​ດັ່ງ​ກ່າວ, ທຸກໆ​ຄອບ​ຄົວລ້ວນ​ແຕ່​ຕ້ອງ​ອະ​ນາ​ໄມ​ເຮືອນ​ໃຫ້​ສະ​ອາ​ດ​ຢ່າງ​ເຖິງ​ຖອງ ໂດຍ​ບໍ່​ໃຫ້​ມີໃຍແມງມູມ ​ທັງ​ຕ້ອງລ້າງເຄື່ອງໃຊ້​ຕ່າງໆ  ແລະ ເຊັດ​ໂຕະ​ຕັ່ງ​ໃຫ້​ສະ​ອາດ. ​ຢູ່​ບາງ​ທ້ອງ​ຖິ່ນຂອງຈີນ, ​ປະ​ຊາ​ຊົນ​ໄດ້ຖືເອົາໄລ​ຍະ​ເວ​ລາ​ເລີ່ມ​ແຕ່ “ບຸນ​ກຸດ​ຈີນ​ນ້ອຍ" (ຢູ່​ພາກ​ເໜືອ​ຂອງ​ຈີນ ຕົກ​ຢູ່​ໃນ​ມື້​ແຮມ 8 ຄ່ຳ ແລະ ຢູ່​ພາກ​ໃຕ້​ຂອງ​ຈີນ ຕົກ​ເປັນ​ມື້​ແຮມ 9 ຄ່ຳ ເດືອນ 12 ຕາມຈັນທະຄະຕິຈີນ) ຈົນຮອດວັນ​ສິ້ນປີ ​ເປັນ “ວັນ​ອະ​ນາ​ໄມ”, ຍັງ​ເອີ້ນ​ວ່າ “ວັນຕ້ອນຮັບລະດູປານໃໝ່”.

 

ຕາມເທບນິຍາຍຂອງຈີນ,ເພື່ອ​ຊອກ​ຮູ້​ສະ​ພາບ​ຄວາມ​ດີ​ຄວາມ​ຊົ່ວ​ຂອງ​ຄົນ​ເຮົາ, ເງີ​ກ​ຊຽນ​ຮ່ອງ​ເຕ້ ຈິ່ງສົ່ງເທວະດາສາມ​ແມງໄປປະຈຳ​ຢູ່ເມືອງຄົນ,ສັ່ງໃຫ້ເພິີ່ນແຕ້ມຂີດໝາຍຢູ່ເທິງຝາເຮືອນຂອງຜູ້ເຮັດ​ຄວາມ​ຊົ່ວ, ເມື່ອຮອດກາງຄືນວັນສິ້ນປີນັ້ນ ​ເງີກ​ຊຽນ​ຮ່ອງ​ເຕ້ ຈິ່ງສົ່ງທະຫານສະຫວັນໄປຈັບເອົາຄົນເຫຼົ່ານັ້ນ.

 

ເພື່ອ​ສະ​ແດງຄຸນງາມຄວາມດີ​ຂອງ​ຕົນ ທັງ​ເພື່ອ​ໄດ້​ຮັບ​ລາງວັນ​ຈາກ​ເງີກ​ຊຽນ​ຮ່ອງ​ເຕ້, ເທວະດາ​ສາມ​ແມງກໍ່ລາຍງານເລື່ອງຄວາມຊົ່ວຂອງຄົນທີ່ລາວປັ້ນແຕ່ງຂຶ້ນອອກມາເລື້ອຍໆ. ​ເມື່ອເທວະດາເຕົາໄ​ຟ​​ທີ່ມີຄວາມເມດຕາ ໄດ້ຮູ້ການກະທຳຕ່າງໆຂອງເທວະດາສາມແມງແລ້ວ,ກໍ່ຢາກໄປກອບ​ກູ້ເອົາປະຊາຊົນ, ​ເພິ່ນຈິ່ງບອກໃຫ້ຄົນທັງຫຼາຍທຳ​ຄວາມສະອາດທາງນອກ ແລະ ທາງໃນຂອງເຮືອນກ່ອນວັນສິ້ນປີເພື່ອອະນາໄມຂີດໝາຍທີ່ເທວະດາສາມແມງແຕ້ມໄວ້ນັ້ນອອກໄປ.

 

9 ຄ່ຳ ເດືອນ 12 ເປັນວັນອະ​ນາ​ໄມເຮືອນ ເພື່ອຫຼີກເວັ້ນບໍ່ປະສົບເຄາະຮ້າຍ. ຫຼັງຈາກນັ້ນ ຈິ່ງຄ່ອຍໆເກີດມີປະເພນີທີ່ອະ​ນາ​ໄມເຮືອນໃນ​ວັນ​ດັ່ງ​ກ່າວ.

 

ການອະ​ນາ​ໄມເຮືອນ ຍັງມີຄວາມໝາຍທີ່ກຳ​ຈັດພະຍາດ ແລະ ​ອະ​ທິ​ຖານ​ໃຫ້ມີຄວາມ​ສະ​ຫງົບສຸກໃນປີໃໝ່. ໃນພາສາຈີນ, ສຽງຂອງ​ຄຳ​ສັບ​ທີ່​ວ່າ “ຂີ້ຝຸ່ນ” ຄືກັນ​ກັບ​ຄຳ​ສັບ “ສິ່ງເກົ່າ”, ສະ​ນັ້ນ ການອະ​ນາ​ໄມຂີ້ຝຸ່ນໃນປີ​ໃໝ່ ຍັງມີຄວາມໝາຍທີ່ “ກວາດ​ລ້າງ​ສິ່ງເກົ່າ​ອອກ ແລະ ຕອນຮັບສິ່ງໃໝ່”. ຮີດຄອງປະເພນີນີ້ ໄດ້ສ່ອງໃຫ້ເຫັນ​ເຖິງຄວາມຫວັງຂອງຄົນທັງຫຼາຍ​ທີ່​ມີຕໍ່ຄວາມດີງາມ​ໃນ​ປີ​ໃໝ່! 

ຄຳ​ເຫັນ

0