覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຮຽກຮ້ອງໃຫ້ບັນດາປະເທດຖືເອົາງານກິລາໂອລິມປິກລະດູໜາວປັກກິ່ງເປັນໂອກາດທີ່ດີເພື່ອຮັກສາສັນຕິພາບແລະການພັດທະນາຂອງໂລກ

2022-01-26 11:43:41 cri

ຈີນຮຽກຮ້ອງໃຫ້ບັນດາປະເທດຖືເອົາງານກິລາໂອລິມປິກລະດູໜາວປັກກິ່ງເປັນໂອກາດທີ່ດີເພື່ອຮັກສາສັນຕິພາບແລະການພັດທະນາຂອງໂລກ_fororder_外交部例会1月25
 

   ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນ ໃນວັນທີ 25 ມັງກອນນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຮຽກຮ້ອງ ໃຫ້ບັນດາປະເທດຈົ່ງຖືເອົາງານກິລາໂອລິມປິກລະດູໜາວປັກກິ່ງເປັນໂອກາດທີ່ດີເພື່ອແກ້ໄຂຄວາມເຫັນທີ່ຂັດແຍ້ງກັນດ້ວຍການສົນທະນາກັນ, ຖືເອົາການ ຮ່ວມມືປ່ຽນແທນການເປັນປໍລະປັກກັນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປົກປັກຮັກສາສັນຕິພາບແລະການພັດທະນາຂອງໂລກ.
 

     ວັນທີ 24 ມັງກອນນີ້, ເນື່ອງໃນໂອກາດນັບຖອຍຫຼັງ 10 ວັນຈະເຖິງພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງ2022, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ກ່າວຄຳປາໄສເປັນລາຍລັກອັກສອນ ໂດຍຮຽກຮ້ອງໃຫ້ບັນດາປະເທດຈົ່ງ ເຄົາລົບ ແລະປະຕິບັດຕາມສັນຍາຢຸດຍິງໃນໄລຍະງານກິລາໂອລິມປິກລະ ດູໜາວປັກກິ່ງ.
 

   ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານຈ້າວລີ້ຈ່ຽນ ກ່າວວ່າ: ຈີນໄດ້ສະແດງຄວາມຊົມເຊີຍແລະເດັດດ່ຽວສະໜັບສະໜູນຄຳປາໄສທີ່ເປັນລາຍລັກອັກສອນຂອງທ່ານກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ.
 

   ທ່ານຈ້າວລີ້ຈ່ຽນກ່າວວ່າ: ມູນເຊື້ອການຢຸດຍິງໃນໄລຍະຈັດງານກິລາໂອລິມ ປິກແມ່ນ ມີປະຫວັດສາດມາແຕ່ດົນນານແລ້ວ, ເຊິ່ງໄດ້ບັນຈຸອຸດົມການອັນດີງາມ ຂອງມວນມະນຸດທີ່ປາຖະໜາຢາກມີສັນຕິພາບ, ຄວາມຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ນີ້ແມ່ນການສືບທອດມາຈາກອຸດົມການ ແຕ່ຫົວທີແລະພາລະກຳຂອງອົງການ ສະຫະປະຊາຊາດໃນການຮັກສາສັນຕິພາບແລະຄວາມໝັ້ນຄົງສາກົນ. ເມື່ີອ ບໍ່ດົນມານີ້, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 76 ໄດ້ປຶກສາຫາລືແລະເປັນເອກະພາບກັນຮັບຮອງມະຕິວ່າດ້ວຍການຢຸດຍິງ ໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງ, ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ ປະຊາຄົມໂລກມີຄວາມໝັ້ນໃຈຕໍ່ຈີນຢ່າງເດັດດ່ຽວທີ່ຈະສາມາດຈັດງານກິລາໂອ ລິມປິກໄດ້ຢ່າງສຳເລັດຜົນ, ເຊິ່ງໄດ້ເຕົ້າໂຮມກຳລັງແຮງສັງລວມອັນໃຫຍ່ຫຼວງຈາກຄວາມ ປາຖະໜາຂອງປະຊາຊົນບັນດາປະເທດໃນໂລກທີ່ຈະຊ່ວຍເຫຼືອເຊິ່ງກັນແລະກັນ, ສາມັກຄີແລະຮ່ວມມືກັນ, ປົກປັກຮັກສາສັນຕິພາບຂອງໂລກ.

ຄຳ​ເຫັນ

0