何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການປະ​ດິດ​ສ້າງ​ໃໝ່​ດ້ານ​ສື່ມວນ​ຊົນ​ໂລກ​ຄັ້ງ​ທຳ​ອິດຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2022-01-27 11:18:09 CRI

ວັນ​ທີ 26 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ສື່ມວນ​ຊົນ​ໂລກ​ຄັ້ງ​ທຳ​ອິດໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ກອງ​ປະ​ຊຸມ​ຄັ້ງ​ນີ້​​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ​, ອົງ​ການ​ສື່ມວນ​ຊົນ 145 ແຫ່ງ​ຈາກ 78 ປະ​ເທດ​ແລະ​ເຂດ​ແຄວ້ນ ກໍ​ຄື ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນທີ​ກ່ຽວ​ຂ້ອງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດ້ວຍ​ຮູບ​​ແບບ​ອອນ​ລາຍ ​ແລະ ອອ​ຟ​ລາຍ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການປະ​ດິດ​ສ້າງ​ໃໝ່​ດ້ານ​ສື່ມວນ​ຊົນ​ໂລກ​ຄັ້ງ​ທຳ​ອິດຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ_fororder_0127-1

 

ທ່ານ​ໂທ​ມາ​ສ ບັກ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​​ຜົນ​ສຳ​ເລັດ​ຂອງ​ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້ ໂດຍ​ກ່າວ​ວ່າ, ໃນຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ​ນີ້, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ແລະ ໂທ​ລະ​ພາບ​ສູນ​ກາງ​ຈີນ​ໃນ​ເມື່ອ​ກ່ອນ​ເປັນ​ຄູ່​ຮ່ວມ​ມື​ທີ່​ລ້ຳ​ຄ່າ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ, ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ມົນ​ສະ​ເໜ່​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ເປັນ​ຕື້​ຄົນ​ໄດ້​ເບິ່ງ​ໄດ້​ຊົມ. ຄຽງ​ຄູ່​ກັບ​ການ​ອອກ​ອາ​ກາດ​ຂອງ​ຊ່ອງ​ໂອ​ລິມ​ປິກ​ຂອງ​ໂທ​ລະພາບ​ສູນ​ກາງ​ທີ່​ຂຶ້ນ​ກັບ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ການ​ຮ່ວມ​ມື​ທີ່​ໂດດ​ເດັ່ນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ. ໃນ​ໂອ​ກາດ​ທີ່​ນັກ​ກິ​ລາ​ຫິ​ມະ ແລະ ນ້ຳ​ກ້ອນ​ລະ​ດັບ​ສຸດຍອດ​ຂອງ​ໂລກ​ພວມ​ກະ​ກຽມ​ແຂ່ງ​ຂັນ​ໃນ​ງານ​ກິ​ລາ​ໂລ​ອິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ໜ້າ​ປະ​ທັບ​ໃຈ​ນັ້ນ, ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ກໍ​ຄື​ຄູ່​ຮ່ວມ​ມື​ສື່ມວນ​ຊົນ​ທັງຫຼາຍ, ທີ່ຈະ​ຮ່ວມ​ມື​ກັບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ທີ່​ໜ້າ​ຕື່ນ​ເຕັ້ນ​ໃນ​ປະ​ຫວັດ​ສາດ​ກິ​ລາ.

 

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການປະ​ດິດ​ສ້າງ​ໃໝ່​ດ້ານ​ສື່ມວນ​ຊົນ​ໂລກ​ຄັ້ງ​ທຳ​ອິດຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ_fororder_0127-2

ທ່ານ​ເຊີ້ນ​ໄຫ​ຊົງ ຜູ້​ອຳ​ນວຍ​ການ​ໃຫຍ່ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກ່າວ​ວ່າ, ສານ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຊີ້​ນຳ​ ​ພວກ​ເຮົາ​ວ່າ, ພາຍ​ໃຕ້​ຫົວ​ຂໍ້ “ຮ່ວມ​ກັນ​ຊົມ​ໃຊ້​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ມີ​ເຕັກ​ນິກ​ສູງ”, ຮ່ວມ​ກັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ ກິ​ລາ​ໂອ​ລິມ​ປິກ, ທັງ​ໄດ້​ຝາກ​ຄວາມ​ຫວັງ​ຢ່າງ​ສູງ​ໃຫ້​ກັບ​ສື່ມວນ​ຊົນ​ໄດ້​ສະ​ແດງ​ບົດ​ບາດ​ສຳ​ຄັນ​ຂອງ​ຕົນ.

 

 

ຄຳ​ເຫັນ

0