覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການນາໂຕຄວນເຮັດໃນສິ່ງທີ່ມີຜົນດີຕໍ່ການຮັກສາຄວາມໝັ້ນຄົງແລະສະຖຽນລະພາບໃຫ້ຫຼາຍກວ່າເກົ່າ

2022-01-27 11:30:25 cri

ອົງການນາໂຕຄວນເຮັດໃນສິ່ງທີ່ມີຜົນດີຕໍ່ການຮັກສາຄວາມໝັ້ນຄົງແລະສະຖຽນລະພາບໃຫ້ຫຼາຍກວ່າເກົ່າ_fororder_例行记者会
 

   ໂດຍແນໃສ່ກໍລະນີທີ່ທ່ານເວັນດີ ເຊີແມນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງ ປະເທດອາເມຣິກາໄດ້ສະແດງທ່າທີກ່ຽວກັບອົງການນາໂຕຂະຫຍາຍສະມາຊິກ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມ ຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 26 ມັງກອນນີ້ວ່າ: ໃນຖານະເປັນກຸ່ມພັນທະມິດທາງການທະຫານທີ່ໃຫຍ່ກວ່າໝູ່ໃນໂລກ, ອົງການນາໂຕຄວນປະຖິ້ມແນວຄິດສົງຄາມ ເຢັນທີ່ຫຼ້າສະໄໝແລະແນວຄິດອະຄະຕິດ້ານຮູບຖານຈິດສຳນຶກ, ເຮັດໃນສິ່ງທີ່ມີຜົນດີ ຕໍ່ການຮັກສາຄວາມໝັ້ນຄົງແລະສະຖຽນລະພາບໃຫ້ຫຼາຍກວ່າເກົ່າ.
 

ຕາມຂ່າວລາຍງານວ່າ: ເມື່ອມໍ່ໆມານີ້, ທ່ານເວັນດີ ເຊີແມນ ຮອງລັດຖະ ມົນຕີຜູ້ປະຈຳການການຕ່າງປະເທດອາເມຣິກາໄດ້ກ່າວວ່າ: ຂໍ້ສະເໜີຂອງ ຣັດເຊຍທີ່ໃຫ້ຈຳກັດການຂະຫຍາຍສະມາຊິກອົງການນາໂຕໄປສູ່ທິດຕາເວັນອອກຕື່ມອີກນັ້ນແມ່ນບໍ່ອາດບັນລຸຜົນເປັນຈິງໄດ້.  ອາເມຣິກາຈະບໍ່ອະນຸຍາດໃຫ້ປະເທດໃດ ປິດປະຕູສຳລັບປະເທດອື່ນທີ່ຈະເຂົ້າເປັນປະເທດສະມາຊິກອົງການນາໂຕ.
 

ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາທີ່ກ່ຽວຂ້ອງ, ທ່ານ ຈ້າວລີ້ຈ່ຽນ ກ່າວວ່າ:  ອົງການນາໂຕເກີດຂຶ້ນໃນສະໄໝສົງຄາມເຢັນ, ການທີ່ອົງການນາໂຕຂະຫຍາຍປະເທດສະມາຊິກນັ້ນເປັນການໂຮມສູນເພື່ອສະແດງໃຫ້ເຫັນເຖິງຄວາມເປັນກຸ່ມການເມືອງ. ທ່ານກ່າວເນັ້ນວ່າ:
 

    “ຈີນເດັດດ່ຽວຄັດຄ້ານການສ້າງ ‘ກຸ່ມກ້ອນຄັບແຄບ’ໃນທຸກຮູບແບບ, ຄັດຄ້ານການຖິ້ມຜົນຮ້າຍໃສ່ບ້ານໃກ້ເຮືອນຄຽງ ແລະຍຸແຍ່ໃຫ້ເກີດມີການປະທະກັນດ້ານການ ເມືອງພູມສາດ, ຄວນສົ່ງເສີມທັດສະນະຄວາມໝັ້ນຄົງແບບໃໝ່ຕາມທິດ ‘ຮ່ວມກັນ, ກວມລວມ, ການຮ່ວມມືແລະຍືນຍົງ’, ຈີນມີຈຸດຢືນໃຫ້ບັນດາປະເທດແລະປະ ຊາຊົນຂອງບັນດາປະເທດຄວນຮ່ວມກັນຊົມໃຊ້ການຮັບປະກັນດ້ານຄວາມໝັ້ນຄົງ,  ຮ່ວມມືກັນຮັບມືກັບບັນຫາແລະສິ່ງທ້າທາຍຕ່າງໆ. ຈີນຫວັງວ່າ ບັນດາຝ່າຍທີ່ ກ່ຽວຂ້ອງຄວນພິຈາລະນາຢ່າງເຕັມສ່ວນເຖິງຄວາມເປັນຫ່ວງອັນສົມເຫດສົມຜົນຂອງ ກັນແລະກັນໃນດ້ານຄວາມໝັ້ນຄົງ, ຫຼີກລ້ຽງບໍ່ໃຫ້ມີການເປັນປໍລະປັກກັນ ແລະ ຕໍ່ຕ້ານກັນ, ແກ້ໄຂຄວາມເຫັນທີ່ຂັດແຍ້ງກັນໃຫ້ເໝາະສົມດ້ວຍການປຶກສາຫາ ລືກັນຢ່າງສະເໝີພາບບົນພື້ນຖານທີ່ເຄົາລົບເຊິ່ງກັນແລະກັນ.”

ຄຳ​ເຫັນ

0