刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ສະມາ​ຄົມ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ແຫ່ງ​ຊາດ​ອາ​ຟ​ຣິ​ກາ​ກ່າວ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ເປັນ​ງານ​ມະ​ຫະ​ກຳ​ກິ​ລາ​ທີ່​ໜ້າ​ຊົມທີ່​ສຸດ

2022-01-27 18:39:01 cri

ກ່ອນ​ທີ່​ຈະ​ເດີນ​ທາງ​ໄປ​​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງທີ່​ປະ​ເທດ​ຈີນ, ທ່ານ​ເບ​ລາ​ຟ ປະ​ທານ​ສະ​ມາ​ຄົມ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​​ແຫ່ງ​ຊາດ​ອາ​ຟ​ຣິ​ກາ ຫຼື ANOCA ໄດ້​ກ່າວ​ຢູ່ປະ​ເທດ​ອານ​ເຊ​ລີ​ໃນ​ຫວ່າງມໍ່ໆ​ມາ​ນີ້​ວ່າ: ໂດຍ​ອາ​ໄສ​ປະ​ສົບ​ການ​ ແລະ​ການ​ສະ​ສົມ​ບົດ​ຮຽນ​ດ້ານ​ບຸກ​ຄະ​ລາ​ກອນ​ ທີ່​ອຸ​ດົມ​ສົມ​ບູນ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ທົ່ວ​ໂລກ​ອີກ​ຄັ້ງ​ໜຶ່ງ.

ໂດຍ​ແນ່​ໃສ່​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຂົ່ມ​ຂູ່​​ລົງ​ໂທດ​ທາງ​ດ້ານ​ການ​ທູດ​ຕໍ່​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທ່ານ​ເບ​ລາ​ຟ ທີ່​ເປັນ​ປະ​ທານ ANOCA ແຕ່​ປີ 2018 ເປັນ​ຕົ້ນ​ມາ​ໄດ້​ກ່າວ​​ຢືນ​ຢັນ​ອີກ​ເທື່ອ​ໜຶ່ງ​ເຖິງການ​ສະ​ໜັບ​ສະ​ໜູນຂອງ​ອົງ​ການ​ຕົນ​ທີ່​ມີ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ​ກ່າວ​ວ່າ: ການ​​ຫັນ​ກິ​ລາ​​ເປັນ​ບັນ​ຫາການ​ເມືອງ ເປັ​ນ​ເລື່ອງ​ທີ່​ຮັບ​ເອົາ​ບໍ່​ໄດ້.

ຄຳ​ເຫັນ

0