刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ ສ​ປ​ຊ ໄດ້​ຈັດ​ພິ​ທີ​ລະ​ນຶກ​ເຖິງວັນ​ດັບ​ສູນ​ເຊື້ອ​ຊາດ​ສາ​ກົນ

2022-01-28 15:02:33 cri

ອົງ​ການ ສ​ປ​ຊ ໄດ້​ຈັດ​ພິ​ທີ​ລະ​ນຶກວັນ​ລະ​ນຶກ​ເຖິງວັນ​ດັບ​ສູນ​ເຊື້ອ​ຊາດ​ສາ​ກົນ_fororder_微信图片_20220128150144
 

ວັນ​ທີ 27 ມັງ​ກອນ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງ​ການ ສ​ປ​ຊ ໄດ້​ຈັດ​ພິ​ທີ​ລະ​ນຶກ​ເຖິງວັນ​ດັບ​ສູນ​ເຊື້ອ​ຊາດ​ສາ​ກົນ​ຜ່ານ​ທາງວິ​ດີ​ໂອ. ທ່ານ​ກູ​ເ​ຕີເລັ​ສ ​ເລ​ຂາ​ທິ​​ການ​ໃຫຍ່​ອົງ​ການ ສ​ປ​ຊ ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ ໂດຍ​ກ່າວ​ເຕືອນ​ວ່າ ບໍ່​ຄວນ​ຫຼົງ​ລືມ​ການ​ດັບ​ສູນ​ເຊື້ອ​ຊາດ, ຕ້ອງ​ຮັບ​ປະ​ກັນ​​ການ​ມີ​ຄວາມຫຼາກຫຼາຍ​ສີ​ສັນ.
 

ພິ​ທີ​ລະ​ນຶກ​ດັ່ງ​ກ່າວ​ມີ​ຫົວ​ຂໍ້​ວ່າ: “ຈື່​ຈຳ, ກຽດ​ສັກ​ສີ ແລະ​ຄວາມ​ເປັນ​ທຳ” ໂດຍ​ມີ​ທ່ານ​ກູ​ເຕີ​ເລັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສ​ປ​ຊ, ທ່ານ​ອັບ​ດູ​ລາ ຊາ​ຮີດ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ ສ​ປ​ຊ ສະ​ໄໝ​ທີ 76 ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ອົງ​ການ ສ​ປ​ຊ, ຜູ້​ຕາງ​ໜ້າ​ປະ​ເທດ​ຕ່າງໆ​ປະ​ຈຳ​ອົງ​ການ ສ​ປ​ຊ, ຜູ້ລອດ​ຊີ​ວິດ​​ຈາກ​ການ​ດັບ​ສູນ​ເຊື້ອ​ຊາດ​ຂອງ​ພວກ​ນາ​ຊີເຂົ້າ​ຮ່ວມ​ພິ​ທີ.
 

ທ່ານ​ກູ​ເຕີ​ເລັ​ສ​ກ່າວ​ວ່າ: ປັດ​ຈຸ​ບັນ, ມີ​​ຫາງສຽງ​ທີ່​ຢາກ​ປ່ຽນ​ແປງ​ປະ​ຫວັດ​ສາດ, ​ການປະ​ຕິ​ເສດ​​ການ​ດັບ​ສູນ​ເຊື້ອ​ຊາດ​ໄດ້​ເພີ່ມ​ຂຶ້ນ ແລະ​ຜົນ​ການ​ສຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ: ຊາວ​ໜຸ່ມ​ໃນ​ຍຸກ​ສະ​ໄໝ​ນີ້​ນັບ​ມື້​ນັບ​ຮູ້​ໜ້ອຍ​ກ່ຽວ​ກັບ​ປະ​ຫວັດ​ສາດ​ການ​ດັບ​ສູນ​ເຊື້ອ​ຊາດ. ທ່ານ​ກ່າວ​ເຕືອນ​ວ່າ: ບໍ່​ຄວນຫຼົງ​ລືມ​ການ​ດັບ​ສູນ​ເຊື້ອ​ຊາດ, ຕ້ອງ​ຄັດ​ຄ້ານ​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ໃນ​ທຸກ​ຮູບ​ແບບ.

ຄຳ​ເຫັນ

0