何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເຜີຍ​ແຜ່ “ປື້ມ​ປົກ​ຂາວ“​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໃນ​ປີ 2021”

2022-01-28 14:41:24 CRI

ຈີນ​ເຜີຍ​ແຜ່ “ປື້ມ​ປົກ​ຂາວ“​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໃນ​ປີ 2021”_fororder_白皮书

ວັນ​ທີ 28  ມັງ​ກອນ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່ “ປື້ມ​ປົກ​ຂາວ“​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໃນ​ປີ 2021”, ໂດຍ​ໄດ້​ແນະ​ນຳ​​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ, ​ໄດ້​ແນະ​ນຳ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ​ໃນ​​ວຽກ​ງານ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ແຕ່​ປີ 2016 ເປັ​ນ​ຕົ້ນ​ມາ, ວຽກ​ງານ​ຕົ້ນ​ຕໍ​ໃນ 5 ປີ​ຂ້າງ​ໜ້າ, ເພື່ອ​​ໃຫ້​ປະ​ຊາ​ຄົ​ມ​ໂລກ​ເຂົ້າ​ໃຈ​​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ຕື່ມ​ອີກ.

ໃນ​ປື້ມ​ປົກ​ຂາວ​ລະ​ບຸ​ວ່າ: ຈີນ​ໄດ້​ຖື​ເອົາ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ການພັດ​ທະ​ນາ​ຊາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ໄດ້​ຍຶດ​ໝັ້ນ​ການ​ສຳຫຼວດ ແລະ ນຳ​ໃຊ້​ອະ​ວະ​ກາດ​ຊັ້ນ​ນອກ​ໃນ​ທາງ​ສັນ​ຕິ​ຢ່າງ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ນັບ​ແຕ່​ປີ 2016 ເປັ​ນຕົ້ນ​ມາ, ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່​ ແລະ ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ການ​ສ້າງ​ພື້ນ​ຖານ​ໂຄງລ່າງ​ດ້ານ​ການ​​ບິນອະ​ວະ​ກາດ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ໝັ້ນ​ທ່ຽງ, ລະ​ບົບນຳ​ທາງດ້ວຍ​ດາວ​ທຽມ​​ເປີຍ​ໂຕໃນ​ຂອບ​ເຂດ​ທົ່ວ​ໂລກ​ໄດ້​ສ້າງ​ສຳ​ເລັດ ແລະ ​ໃຫ້​ບໍ​ລິ​ການ, ລະ​ບົບ​ສຳຫຼວດ​ວັດ​ແທກ​ໜ້າ​ດິນ​ທີ່​ມີ​ຄວາມ​ລະ​ອຽດ​ສູງ​ໄດ້​ສ້າງ​ສຳ​ເລັດ​ໂດຍ​ພື້ນ​ຖານ, ຄວາມ​ສາ​ມາດ​ການ​ບໍ​ລິ​ການ​ດ້ານ​ກາ​ນ​ສື່​ສານ ແລະ ວິ​ທະ​ຍຸ​ຜ່ານ​ດາວ​ທຽມ​​ໄດ້ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ, ໂຄງ​ການ​ສຳຫຼວດດວງ​ຈັນທີ່​ແບ່ງ​ເປັນ “3 ​ໄລ​ຍະ” ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ, ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ເລີ່ມ​​ຂຶ້ນ​ຢ່າງ​ຮອບ​ດ້ານ, ຍານ​ອະ​ວະ​ກາດ “ທ່ຽນ​ເວີ້ນ 1” ໄດ້​ມີ​​ບາດກ້າວ​ກະ​ໂດດ ຈາກ​ການ​ສຳຫຼວດດວງ​ຈັນ​ສູ້​ການ​ສຳຫຼວດ​ດາວ​ອັງ​ຄານ, ເຊິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​​ຢ່າງ​ຈະ​ແຈ້ງ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ.

ໃນ​ປື້ມ​ປົກ​ຂາວ​ຍັງ​ລະ​ບຸ​ວ່າ, ໃນ​ໂລກ​ປັດ​ຈຸ​ບັນ, ​ບັນ​ດາ​ປະ​ເທດ​ໃນ​ໂລກ​ນັບ​ມື້​ນັບຫຼາຍ​ໄດ້ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ ແລະ ອອກ​ແຮງ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ, ການ​ບິນ​ອະ​ວະ​ກາດ​ຂອງ​ໂລກ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ມີ​ການ​ພັດ​ທະ​ນາ​ອັນ​ໃຫຍ່ຫຼວງ ແລະ ມີ​ການ​ປະ​ຕິ​ຮູບ​ອັນ​ໃຫຍ່ຫຼວງ, ຈະ​ມີ​ຜົນ​ສະ​ທ້ອນ​ທີ່​ສຳ​ຄັນ ແລະ ຍາວ​ໄກ​ຕໍ່​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ມະ​ນຸດ.

ເມື່ອ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ຂອງ​ປະ​ຫວັດ​ສາດ​​ໃນຂະ​ບວນ​ການ​ໃໝ່​ເພື່ອ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ຈີນ​ຈະ​ເລັ່ງ​ຊຸກ​ຍູ້​ການ​ສ້າງ​ປະ​ເທດ​ທີ່ເຂັ້ມ​ແຂງ​ດ້ານ​ການ​ບິນ​ອະ​ວະ​ກາດ, ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ສືບ​ຕໍ່​ຮ່ວມ​ກັບ​ບັນ​ດາ​ປະ​ເທດ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ອ​ະ​ວະ​ກາດ​ຊັ້ນ​ນອກ​ຂອງ​ໂລກ ກໍ​ຄື​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ, ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ອະ​ວະ​ກາດ​ຊັ້ນ​ນອກ, ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຢູ່​ອະ​ວະ​ກາດ​ຊັ້ນ​ນອກ​ສາ​ມາດ​ພັດ​ທະ​ນາ​ຢ່າງ​ຍືນ​ຍົງ, ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ເພື່ອ​ປົກ​ປ້ອງ​ບ້ານ​ເມືອງ​ຂອງ​ໜ່ວຍ​ໂລກ, ເພີ່ມຄວາມ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ, ແລະ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​​ດ້ານອ​ະ​ລິ​ຍະ​ທຳຂອງມວນ​ມະ​ນຸດ.

ຄຳ​ເຫັນ

0