徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນກ່າວວ່າ: ການຍົກເລີກການດຳເນີນທຸລະກິດຂອງ China Unicom ຢູ່ອາເມຣິກາໄດ້ທຳລາຍກົດລະບຽບການຄ້າສາກົນຢ່າງຮ້າຍແຮງ

2022-01-29 15:47:10 cri

ກະຊວງການຕ່າງປະເທດຈີນກ່າວວ່າ: ການຍົກເລີກການດຳເນີນທຸລະກິດຂອງ China Unicom ຢູ່ອາເມຣິກາໄດ້ທຳລາຍກົດລະບຽບການຄ້າສາກົນຢ່າງຮ້າຍແຮງ_fororder_WechatIMG239

 

ຕາມຂ່າວCRI: ໂດຍແນໃສ່ເລື່ອງທີ່ລັດຖະບານອາເມຣິກາໄດ້ຈັດເອົາບໍລິສັດ China Unicom ຢູ່ອາເມຣິກາເຂົ້າໃນບັນຊີລາຍຊື່ການດຳເນີນທຸລະກິດທີ່ຜິດກົດລະບຽບດ້ວຍຂໍ້ອ້າງ “ຄວາມໝັ້ນຄົງແຫ່ງຊາດ”, ແລະໄດ້ຢຸດຕິການອະນຸຍາດດຳເນີນທຸລະກິດຂອງບໍລິສັດ China Unicom ຢູ່ອາເມຣິກາ.

 

ກ່ຽວກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,​“ໃນສະພາບການທີ່ບໍ່ໄດ້ກ່າວເຖິງຄວາມຈິງວ່າຝ່າຝືນກົດໝາຍຢ່າງລະອຽດ, ອາເມຣິກາໄດ້ຖືເອົາຄວາມໝັ້ນຄົງແຫ່ງຊາດເປັນຂໍ້ອ້າງອີກເທື່ອໃໝ່, ຍົກເລີກການອະນຸຍາດຂອງການດຳເນີນທຸລະກິດຂອງວິສາຫະກິດຈີນຢູ່ອາເມຣິກາ, ນີ້ໄດ້ເປີດເຜີຍໃຫ້ເຫັນຈິດສຳນຶກດ້ານຄວາມໝັ້ນຄົງແຫ່ງຊາດຢ່າງເປີດແປນ, ນຳໃຊ້ກຳລັງແຫ່ງຊາດຂົ່ມເຫັງວິສາຫະກິດຈີນຢ່າງໄຮ້ມີເຫດຜົນ, ໄດ້ທຳລາຍກົດລະບຽບກ່ຽວກັບການຄ້າສາກົນຢ່າງຮ້າຍແຮງ, ໄດ້ທຳລາຍສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດເກນຂອງຜູ້ບໍລິໂພກໃນທົ່ວໂລກລວມທັງຢູ່ອາເມຣິກາ.”

 

ທ່ານຈ້າວລີ້ຈ່ຽນກ່າວເນັ້ນວ່າ, ລັດຖະບານຈີນໄດ້ສະໜັບສະໜູນໃຫ້ວິສາຫະກິດທີ່ກ່ຽວຂ້ອງປົກປ້ອງສິດແລະຜົນປະໂຫຍດຂອງຕົນໂດຍອີງຕາມກົດໝາຍ, ທັງຈະສືບຕໍ່ນຳໃຊ້ມາດຕະການທີ່ຈຳເປັນ, ເດັດດ່ຽວປົກປ້ອງສິດແລະຜົນປະໂຫຍດທີ່ຖືກກຕ້ອງຕາມກົດໝາຍຂອງວິສາຫະກິດຈີນ.

ຄຳ​ເຫັນ

0