吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະເພນີບຸນກຸດຈີນ: ໜຶ້ງໝັນໂຖໃນມື້ແຮມ 14 ຄ່ຳເດືອນ 12 ແລະ ບໍ່ນອນຈົນຊອດແຈ້ງໃນມື້ແຮມ 15 ຄ່ຳເດືອນ 12

2022-01-30 15:19:49 cri

    ຕາມປະຕິທິນຈັນທະຄະຕິຈີນແລ້ວ, ມີເດືອນໃຫຍ່ ແລະເດືອນນ້ອຍ, ອັນທີ່ວ່າເດືອນໃຫຍ່ມີ 30 ວັນ, ສຳລັບເດືອນນ້ອຍມີ 29 ວັນ. ເດືອນ 12 ຕາມປະຕິທິນຈັນທະຄະຕິຈີນໃນປີນີ້ພໍດີເປັນເດືອນນ້ອຍ, ສະນັ້ນ, ປີນີ້ ບໍ່ມີມື້ແຮມ 15 ຄ່ຳ , ມື້ຕໍ່ມາຂອງມື້ແຮມ 13 ຄ່ຳ ກໍແມ່ນມື້ສິ້ນປີເລີຍ. 

ປະເພນີບຸນກຸດຈີນ: ໜຶ້ງໝັນໂຖໃນມື້ແຮມ 14 ຄ່ຳ ແລະ ບໍ່ນອນຈົນຊອດແຈ້ງໃນມື້ແຮມ 15 ຄ່ຳ_fororder_微信图片_20220130151826

    ໜຶ້ງໝັນໂຖໃນມື້ແຮມ 14 ຄ່ຳ ເດືອນ 12, ໝາຍຄວາມວ່ານັບມື້ນັບດີຂຶ້ນ, ມີຄວາມສົມບູນແບບໃນຕະຫຼອດປີໃໝ່, ເຊິ່ງເປັນປະເພນີທີ່ເປັນສິລິມຸງຄຸນ. ການໜຶ່ງໝັນໂຖນັ້ນຕ້ອງໄດ້ກະກຽມຢ່າງລະອຽດ, ປະຊາຊົນສາມາດເຮັດຕາມການຈິນຕະນາການ ແລະຄວາມສາມາດຂອງຈົນ, ເຮັດໝັນໂຖທີ່ເປັນຮູບຊົງໝາກຄາຍທີ່ໝາຍເຖິງອາຍຸໝັ້ນຂວັນຍືນ, ຮູບຊົງສັດຕ່າງໆເປັນຕົ້ນ. ເພາະວ່າໝັນໂຖທີ່ເຮັດສຳເລັດນັ້ນຕ້ອງແບ່ງປັນກັບຊາວຮ່ວມບ້ານ ຫຼືຊາວຂ້າງບ້ານ, ສະນັ້ນ, ຕ້ອງເຮັດໃຫ້ທັງງາມທັງແຊບ, ຈຶ່ງຈະມີໜ້າມີຕາ ແລະເປັນສິລິມຸງຄຸນ. 

ປະເພນີບຸນກຸດຈີນ: ໜຶ້ງໝັນໂຖໃນມື້ແຮມ 14 ຄ່ຳ ແລະ ບໍ່ນອນຈົນຊອດແຈ້ງໃນມື້ແຮມ 15 ຄ່ຳ_fororder_微信图片_20220130151821

    ມື້ແຮມ 15 ຄ່ຳ ເດືອນ 12  ກໍຄືມື້ສິ້ນປີ, ແມ່ນມື້ສຸດທ້າຍຂອງປີເກົ່າ, ພາສາຈີນເອີ້ນວ່າ: “ຊູຊີ່”. ບໍ່ນອນຈົນຊອດແຈ້ງໃນມື້ສິ້ນປີ ເປັນປະເພນີທີ່ສຳຄັນທີ່ສຸດ, ໃນຕອນຄ່ຳມື້ສິ້ນປີ, ສະມາຊິກຄອບຄົວທັງໝົດ, ບໍ່ວ່າຜູ້ເຖົ້າ ຫຼືເດັກນ້ອຍ ຈະພາກັນບໍ່ນອນເພື່ອຕ້ອນຮັບປີໃໝ່, ກິນເຂົ້າຊຸມແຊວກັນຢ່າງມີຄວາມສຸກ ແລະຄວາມເບີກບານມ່ວນຊື່ນ, ໃນມື້ນີ້, ຊາວຈີນຈະຫໍ່ກ້ຽວ, ກິນເຂົ້າສະຫຼອງບຸນກຸດຈີນ, ຊົມງານລາຕີສະຫຼອງບຸນກຸດຈີນຜ່ານທາງໂທລະພາບ CCTV, ຜູ້ທີ່ເຮັດວຽກຢູ່ຕ່າງຖິ່ນຕະຫຼອດປີ ກໍພາກັນກັບບ້ານເກີດ ເພື່ອເຕົ້າໂຮມກັບຄອບຄົວ ແລະຕ້ອນຮັບປີໃໝ່. 

ຄຳ​ເຫັນ

0