ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 30 ມັງກອນປີນີ້ ຕົກເປັນມື້ແຮມ 13 ຄ່ຳ ເດືອນ 12 ຕາມປະຕິທິນຈັນທະຄະຕິຈີນ. ຕາມປະເພນີຈີນ, ມື້ແຮມ 11 ຄ່ຳ ແລະ 12 ຄ່ຳ ແມ່ນກະກຽມປະເພດຊີ້ນທີ່ຈະກິນໃນບຸນກຸດຈີນ, ຮອດມື້ແຮມ 13 ຄ່ຳແລ້ວ, ກໍຄວນກຽມປະເພດແປ້ງແລ້ວ. ແຕ່ກີ້, ບໍ່ມີຜົງຟູທີ່ໃຊ້ສະດວກຄືປັດຈຸບັນນີ້. ສະນັ້ນ, ໃນມື້ແຮມ 13 ຄ່ຳ, ຕ້ອງໝ່າແປ້ງຕາມວິທີດັ້ງເດີມ ເພື່ອກຽມປຸງແຕ່ງອາຫານຫຼັກທີ່ຈະກິນໃນມື້ຂຶ້ນ 1 ຄ່ຳ ຫາຂຶ້ນ 5 ຄ່ຳ ເດືອນຈຽງ.
ນອກຈາກນີ້ແລ້ວ, ໃນມື້ນີ້, ຍັງມີປະເພນີທີ່ຕິດຮູບພາບກຸດຈີນ, ຕິດເຈ້ຍທີ່ຕັດເປັນຮູບດອກໄມ້ໃສ່ປ່ອງຢ້ຽມ ແລະ ຕິດຄະຕິຄູ່ເປັນຕົ້ນ. ເມື່ອຕິດຮູບພາບກຸດຈີນ ແລະ ເຈ້ຍທີ່ຕັດເປັນຮູບດອກໄມ້ໃສ່ປ່ອງຢ້ຽມແລ້ວ, ຫ້ອງເຮືອນຂອງແຕ່ລະຄອບຄົວຈະເປັນລະບຽບຮຽບຮ້ອຍ ແລະສວຍງາມຂຶ້ນ. ສ່ວນປະເພນີທີ່ຕິດຄະຕິຄູ່ແມ່ນເກີດຈາກການຕິດໄມ້ຄາຍໃນສະໄໝບູຮານ, ຊາວບູຮານຈີນຖືໄມ້ຄາຍເປັນໄມ້ທີ່ສາມາດກັ້ນສິ່ງຊົ່ວຮ້າຍໄດ້. ຫຼັງຈາກມີເຕັກນິກການເຮັດເຈ້ຍເກີດຂຶ້ນແລ້ວ ກໍເລີ່ມມີປະເພນີທີ່ຕິດຄະຕິຄູ່ ຄືຖືເອົາການຕິດເຈ້ຍແດງແທນການຕິດໄມ້ຄາຍ. ຄອບຄົວຕ່າງໆ ພາກັນຕິດຄະຕິຄູ່ ແລະຕົວໜັງສື “ບຸນ” ໃສ່ປະຕູເຮືອນ, ຝາ, ຫົວປະຕູ ເພື່ອຝາກຄວາມມຸ່ງມາດປາດຖະໜາທີ່ຢາກມີຊີວິດການເປັນຢູ່ອັນດີງາມ ແລະ ຮັບພອນໄຊອັນປະເສີດ ແລະດີງາມທີ່ຈະເກີດຂຶ້ນໃນອະນາຄົດ.
ຄຳເຫັນ
0