黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ນຳຝຣັ່ງແລະອີຣານສົນທະນາກັນທາງໂທລະສັບກ່ຽວກັບບັນຫານິວເຄຼຍອີຣານ

2022-01-31 13:46:31 cri

ຜູ້ນຳຝຣັ່ງແລະອີຣານສົນທະນາກັນທາງໂທລະສັບກ່ຽວກັບບັນຫານິວເຄຼຍອີຣານ_fororder_a8773912b31bb4

    ທຳນຽບປະທານາທິບໍດີຟຣັງ ໄດ້ອອກຖະແຫຼງການໃນວັນທີ 30 ມັັງກອນນີ້ວ່າ: ມື້ວານນີ້, ທ່ານ ເອມມານູເອນ ມາຄຣົງ, ປະທານາທິບໍດີຝຣັ່ງແລະທ່ານອີບຣາຮິມ ໄຣຊີ ປະທານາທິບໍດີອີຣານໄດ້ໂທລະສັບສົນທະນາກັນ,  ເພື່ອປຶກສາຫາລືກ່ຽວກັບບັນຫາ ນິວເຄຼຍອີຣານ ແລະຂະບວນການເຈລະຈາທີ່ຈັດຂຶ້ນຢູ່ນະຄອນວຽນ.

    ຖະແຫຼງການລະບຸວ່າ: ກ່ຽວກັບສັນຍາຮອບດ້ານກ່ຽວກັບບັນຫານິວເຄຼຍອີຣານທີ່ໄດ້ເຊັນກັນ ເມື່ອປີ 2015, ທ່ານມາຄຣົງເນັ້ນໜັກວ່າ: ຝຣັ່ງເຫັນວ່າ ການແກ້ໄຂບັນຫານິວເຄຼຍອີຣານ ໂດຍຜ່ານທາງການທູດແມ່ນ “ອາດເປັນໄປໄດ້ ແລະມີຄວາມຈຳເປັນ.” ທ່ານກ່າວວ່າ: ການເຈລະຈາຢູ່ນະຄອນວຽນໄດ້ຟື້ນຟູຄືນໃໝ່ມາເປັນເວລາຫຼາຍເດືອນແລ້ວ, ຝ່າຍຕ່າງໆ ຄວນເລັ່ງຄວາມໄວການເຈລະຈາ, ເພື່ອໃຫ້ໄດ້ຮັບຄວາມຄືບໜ້າແທ້ຈິງໂດຍໄວ.

ຄຳ​ເຫັນ

0