蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການແຜ່ລະບາດໂຄວິດ-19 ໃນວົງປິດງານກິລາໂອລິມປິກລະດູໜາວປັກກິ່ງ ແມ່ນຢູ່ໃນຂອບເຂດທີ່ສາມາດຄວບຄຸມໄດ້

2022-02-02 14:55:57 CRI
ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ຈັດກອງປະ ຊຸມຖະແຫຼງຂ່າວຢູ່ສູນສື່ມວນຊົນຫຼັກໃນວັນທີ 1 ກຸມພານີ້, ທ່ານຮວງຊຸນ ຮອງຫົວໜ້າຫ້ອງການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງ ກ່າວວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງຈະຈັດຂຶ້ນແລ້ວໃນໄວໆນີ້, ຈຳນວນຄົນເຂົ້າປະເທດຈີນກໍໄດ້ເພີ່ມຂຶ້ນ, ສະນັ້ນຈຳນວນຜູ້ຖືກບົ່ງມະຕິເປັນ ພະຍາດໂຄວິດ-19 ກໍໄດ້ເພີ່ມຂຶ້ນຄູ່ກັນ, ແຕ່ບໍ່ໄດ້ເຮັດໃຫ້ເກີດມີການແຜ່ລະບາດ ຂອງພະຍາດເປັນຈຸ້ມຢູ່ໃນວົງປິດ ແລະກໍສາມາດຄວບຄຸມໄດ້ໂດຍລວມ, ສະພາບການແບບນີ້ແມ່ນຢູ່ໃນການຄາດຄິດລ່ວງໜ້າຂອງພວກເຮົາ.

ທ່ານຮວງຊຸນກ່າວວ່າ: “ຄົນທັງຫຼາຍສາມາດເຫັນໄດ້ວ່າ: ເຖິງວ່າໄດ້ພົບ ຜູ້ເປັນພະຍາດເພີ່ມຂຶ້ນ, ແຕ່ບໍ່ໄດ້ເກີດມີການແຜ່ລະບາດເປັນຈຸ້ມຢູ່ໃນວົງປິດ ແລະກໍສາມາດຄວບຄຸມໄດ້ໂດຍລວມ ເຊິ່ງສະພາບການແບບນີ້ກໍແມ່ນຢູ່ໃນການ ຄາດຄິດລ່ວງໜ້າຂອງພວກເຮົາ. ສະນັ້ນ, ບັນດາຝ່າຍທີ່ເຂົ້າຮ່ວມການແຂ່ງຂັນ, ນັກກິລາ ແລະ ຜູ້ຄົນອື່ນໆ ທີ່ກ່ຽວພັນເຖິງງານກິລາໂອລິມປິກລະດູໜາວ ເຊິ່ງ ລວມທັງປະຊາຊົນຈີນ ລ້ວນແຕ່ບໍ່ຕ້ອງເປັນຫ່ວງນຳ, ປັດຈຸບັນແມ່ນຢູ່ໃນ ສະພາບແວດລ້ອມທີ່ສາມາດເຂົ້າຮ່ວມການແຂ່ງຂັນໄດ້ຢ່າງປອດໄພ, ນີ້ແມ່ນຄວາມພະຍາຍາມຮ່ວມຂອງບັນດາຝ່າຍ.”

ຄຳ​ເຫັນ

0