蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ກ່າວວ່າ ຍັງອີກດົນຫລາຍທີ່ສາມາດເວົ້າໄດ້ວ່າ ການຕ້ານກັບການແຜ່ລະບາດຂອງໂຄວິດ-19 ໄດ້ປະສົບຜົນສຳເລັດ

2022-02-02 14:57:52 CRI

ວັນທີ 1 ກຸມພານີ້ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກ ຫຼື WHO ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານເຕໂດຣສ ອັດຮານົມ ເກເບຣເຢຊູສ ຜູ້ອຳນວຍການໃຫຍ່ WHO ກ່າວວ່າ: ນັບແຕ່ພົບເຫັນເຊື້ອພະຍາດສາຍພັນໂອມີຄຣອນໃນ 10 ອາທິດຜ່ານ ມາ, ທົ່ວໂລກໄດ້ລາຍງານພົບຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ ເກືອບ 90 ລ້ານກໍລະນີ ເຊິ່ງໄດ້ຫຼາຍກວ່າຍອດຈຳນວນຜູ້ເປັນພະຍາດໂຄວິດ -19 ທີ່ໄດ້ລາຍງານໃນໝົດປີ 2020. ປັດຈຸບັນ, ເຂດສ່ວນຫຼາຍຂອງທົ່ວໂລກ ລ້ວນແຕ່ເລີ່ມປາກົດມີຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດດັ່ງກ່າວເພີ່ມຂຶ້ນ, ນີ້ເຮັດໃຫ້ຄົນເປັນຫ່ວງນຳທີ່ສຸດ.

    ນອກນີ້, ຍ້ອນວ່າຜູ້ເປັນພະຍາດໂຄວິດ-19 ສາຍພັນໂອມິຄຣອນມີອາການ ເບົາກວ່າແຕ່ກ່ອນຫຼາຍ ແລະ ວຽກງານຊຸກຍູ້ການສັກວັກຊິນໄດ້ມີຄວາມຄືບໜ້າ, ຢູ່ບາງປະເທດເລີ່ມມີຖ້ອຍຄຳທີ່ວ່າ “ບໍ່ຈຳເປັນຕ້ອງຕັ້ງໃຈໃຫ້ຫຼີກລ້ຽງການຕິດເຊື້ອ ພະຍາດອີກ”. ທ່ານເຕໂດຣສ ອັດຮານົມ ເກເບຣເຢຊູສ ໄດ້ກ່າວຕອບໂຕ້ ຖ້ອຍຄຳດັ່ງກ່າວ ແລະ ກ່າວເນັ້ນວ່າ: ປັດຈຸບັນຍັງບໍ່ທັນຮອດເວລາທີ່ສາມາດ ເວົ້າໄດ້ວ່າ, ຮອດເວລາທີ່ປະລະການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ແລ້ວ ຫຼືເຫັນວ່າ ການຕ້ານກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ປະສົບຜົນສຳເລັດແລ້ວ.

ຄຳ​ເຫັນ

0