陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ:ງານກິລາໂອລິມປິກລະດູ ໜາວປັກກິ່ງໄດ້ກຽມພ້ອມແລ້ວ

2022-02-04 17:26:01 cri

ປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ:ງານກິລາໂອລິມປິກລະດູ ໜາວປັກກິ່ງໄດ້ກຽມພ້ອມແລ້ວ_fororder_巴赫

ໃນກອງປະຊຸມຄົບຄະນະຄັ້ງທີ 139 ຂອງຄະນະກຳມະການໂອລິມປິກສາກົນ ທີ່ໄຂຂຶ້ນໃນວັນທີ 3 ກຸມພານີ້,ທ່ານໂທມັສ ບັກສ ປະທານຄະນະກຳມະການ ໂອລິມປິກສາກົນກ່່າວວ່າ: "ປັດຈຸບັນ ທຸກສິ່ງທຸກຢ່າງໄດ້ກຽມພ້ອມແລ້ວ,ງານ ກິລາໂອລິມປິກຄັ້ງໜຶ່ງທີ່ປອດໄພ ໜ້າຊົມຈະເປີດສາກໃນໄວໆນີ້."

 

  ທ່ານບັກສກ່າວວ່າ:ປະເທດຈີນໄດ້ບັນລຸເປົ້າໝາຍທີ່ພາໃຫ້ປະຊາຊົນ300ລ້ານຄົນເຂົ້າຮ່ວມກິລາຫິມະແລະນ້ຳກ້ອນເຊິ່ງເປັນການສ້າງປະຫວັດສາດ.ໃນສາຍຕາຂອງຄົນຈຳນວນໜຶ່ງທີ່ບໍ່ເຂົ້າໃຈປະເທດຈີນແລ້ວເຫັນວ່າ,ຕົວເລກນີ້ແມ່ນເຫຼືອເຊື່ອ,ແຕ່ຄະນະກຳມະການໂອລິມປິກສາກົນໄດ້ເຊື່ອໝັ້ນຄວາມຕັດສິນໃຈ ຄວາມມີ ປະສິດທິພາບສູງແລະພະລັງຊີວິດຂອງປະເທດຈີນມາໂດຍຕະຫຼອດ.

 

  ໃນເວລາກ່າວເຖິງມໍລະດົກທີ່ອຸດົມສົມບູນທີ່ງານກິລາໂອລິມປິກລະດູໜາວ ປັກກິ່ງຈະຈົ່ງໄວ້ໃຫ້,ທ່ານບັກສເຫັນວ່າ,ງານກິລາໂອລິມປິກລະດູໜາວປັກກິ່ງບໍ່ ພຽງແຕ່ຈະເປີດຍຸກໃໝ່ຂອງກິລາລະດູໜາວຂອງທົ່ວໂລກເທົ່ານັ້ນ,ຍັງຈະສ້າງຜົນປະໂຫຍດໄວ້ໃຫ້ແກ່ປະຊາຊົນຈີນນັບເປັນຮ້ອຍລ້ານຄົນ.

 

  ງານກິລາໂອລິມປິກລະດູໜາວປັກກິ່ງຍັງຈະສ້າງປະສິດທິຜົນເສດຖະກິດຢ່າງ ໃຫຍ່ຫຼວງ.ທ່ານບັກສກ່າວວ່າ,ຮອດປີ 2025,ມູນຄ່າອຸດສາຫະກຳກິລາຫິມະແລະ ນ້ຳກ້ອນຂອງປະເທດຈີນ ຄາດວ່າ ຈະສາມາດບັນລຸ 155 ຕື້ໂດລາສະຫະລັດ.

 

  ນອກນີ້,ເນື່ອງຈາກງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເພີ່ມປະຊາກອນ ກິລາຫິມະແລະນ້ຳກ້ອນຢ່າງຫຼວງຫຼາຍ,ນັກກິລາຫິມະແລະນ້ຳກ້ອນທັງຫຼາຍໃນທົ່ວໂລກມີຄວາມຫວັງຈະໄດ້ຮັບຄວາມເອົາໃຈໃສ່ຫຼາຍກວ່າເກົ່າ.

ຄຳ​ເຫັນ

0