吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາຄວນສະແດງຄວາມຄ່ອງແຄ້ວຫຼາຍກວ່າເກົ່າໃນບັນຫາສປປເກົາຫຼີ

2022-02-05 14:03:50 CRI

ອາເມຣິກາຄວນສະແດງຄວາມຄ່ອງແຄ້ວຫຼາຍກວ່າເກົ່າໃນບັນຫາສປປເກົາຫຼີ_fororder_美国朝鲜

 

   ວັນທີ 4 ກຸມພານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ດຳເນີນການປຶກສາຫາລືພາຍໃນກ່ຽວກັບບັນຫາສປປເກົາຫຼີ.ກ່ອນຈັດການປຶກສາຫາລື, ທ່ານຈ່າງຈູ່ນ ຜູ້ຕາງໜ້າຈີນປະຈຳອົງການສະຫະປະຊາຊາດໄດ້ເຜີຍຂ່າວຕໍ່ສື່ມວນຊົນວ່າ, ອາເມຣິກາຄວນສະແດງຄວາມຄ່ອງແຄ້ວຫຼາຍກວ່າໃນບັນຫາສປປເກົາຫຼີ.

 

     ທ່ານຈ່າງຈູນກ່າວວ່າ,ຈີນໄດ້ເອົາໃຈໃສ່ນຳການຂະຫຍາຍຕົວຂອງສະຖານະການແຫຼມເກົາຫຼີຢ່າງໃກ້ຊິດມາໂດຍຕະຫຼອດ.ບັນຫາສປປເກົາຫຼີໄດ້ຂຶ້ນໆລົງໆໄດ້ສືບເນື່ອງມາເປັນເວລາຫຼາຍສິບປີິແລ້ວ.ເລ່ື່ອງຕົວຈິງໄດ້ຢັ້ງຢືນຫຼາຍເທື່ອວ່າ, ການສົນທະນາ ແລະ ປຶກສາຫາລືກັນແມ່ນທາງອອກພຽງເສັ້ນດຽວທີ່ທັບມ້າງການໝູນວຽນໃນແງ່ຮ້າຍແລະ ຜ່ອນຄາຍສະຖານະການທີ່ເຄັ່ງຕຶງ. ພາຍໃຕ້ສະຖານະການໃນປັດຈຸບັນ, ຝ່າຍຕ່າງໆຄວນມີກິລິຍາວາຈາຢ່າງລະມັດລະວັງເພື່ອປ້ອງກັນບໍ່ໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມອີກ.

ຄຳ​ເຫັນ

0