蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທິມ​ບາ​ນ​ເຕະ​ເພດ​ຍິງ​ຈີນ​ຄອງ​ຂັນ​ເອ​ຊຽນ​ຄັບ​ຫຼັງ​ລໍ​ຄອຍ​ມາ 16 ປີ

2022-02-07 11:45:42 CRI

ທິມ​ບາ​ນ​ເຕະ​ເພດ​ຍິງ​ຈີນ​ຄອງ​ຂັນ​ເອ​ຊຽນ​ຄັບ​ຫຼັງ​ລໍ​ຄອຍ​ມາ 16 ປີ_fororder_11

     ວັນ​ທີ 6 ກຸມ​ພາ​ນີ້, ໃນ​ການ​ແຂ່ງ​ຂັນບານ​ເຕະ​ເພດ​ຍິງຮອບ​ຊີງ​ຊະ​ນະ​ເລີດ​ຊີງ​ຂັນ​ເອ​ຊຽນ​ຄັບປີ 2022 ທີ່​ຈັດ​ຂຶ້ນ​ຢູ່​ອິນ​ເດຍ, ທິມ​ບານ​ເຕະ​ເພດ​ຍິງ​ຈີນ​ໄດ້​ເອົາ​ຊະ​ນະ​ທິມ​ບານ​ເຕະເພດ​ຍິງ​ສ.ເກົາ​ຫຼີດ້ວຍ 3 ປະ​ຕູຕໍ່ 2, ເຊິ່ງ​ປະ​ຕູ​ທີ 3 ຍິງ​ໄດ້​ໃນ​ເວ​ລາ​ການ​ແຂ່ງ​ຂັນ​ໃກ້​ຈະ​ໝົດ​ເວ​ລາ, ການ​ແຂ່ງ​ຂັນ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ນ້ຳ​ໃຈ​ນັກ​ກິ​ລາ​ຂອງທິມ​ບານ​ເຕະ​ເພດ​ຍິງ​ຈີນ​ທີ່​ພະ​ຍາ​ຍາມ​ສູ້​ຊົນ ແລະບໍ່​ທໍ້​ຖອຍ​ຈັກ​ເທື່ອ.

     ນີ້​ແມ່ນ​ທິ​ມ​ບານ​ເຕະ​ເພດ​ຍິງ​ຈີນ​ຄອງ​ຊະ​ນະ​ເລີດ​ຂັນ​ເອ​ຊຽນ​ຄັບ​ເປັນຄັ້ງ​ທີ 9, ຍັງ​ແມ່ນຈຸດ​ເວ​ລາ​ທີ່​ພວກ​ນາງ​ຢືນ​ຢູ່​ເທິງ​ເວ​ທີ​ຮັບ​ລາງວັນ​ຜູ້​ຊະ​ນະ​ເລີດ​ຂັນ​ເອ​ຊຽນ​ຄັບຫຼັງ​ຈາກ​ລໍ​ຄອຍ​ມາ​ໄດ້ 16 ປີ.

     ໃນ​ການ​ແຂ່ງ​ຂັນ​ຮອບ​ຮອງ​ຊະ​ນະ​ເລີດ, ທິມ​ບານ​ເຕະ​ເພດ​ຍິງ​ຈີນໄດ້​ເອົາ​ຊະ​ນະ​ທິມ​ບານ​ເຕະ​ເພດ​ຍິງ​ຍີ່​ປຸ່ນ​ໃນເຄິ່ງ​ເວ​ລາ​ທີ​ສອງ, ໃນ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ, ພວກ​ນາງ​ໄດ້​ເອົາ​ຊະ​ນະ​ຄູ່​ແຂ່ງ​ໃນການ​ທົດ​ເວ​ລາ​ໃນ​ເຄິ່ງ​ເວ​ລາ​ທີ​ສອງ, ແລະ​ຍິ່ງ​ເປັນ​ຕາ​ຊົມ​ເຊີຍ ເມື່ອ​ທິມ​ຊາດ​ຈີນ​ຕົກ​ຢູ່​ໃນ​ສະ​ພາບ​ການ​ແຂ່ງ​ຂັນ​ທີ່​ເສຍ​ສອງ​ປະ​ຕູ​ໃນ​ເຄິ່ງ​ເວ​ລາ​ທຳ​ອິດແລ້ວ​ສາ​ມາດ​ພິກ​ກັບ​ມາ​ຍິງ​ໄດ້ສາມ​ປະ​ຕູໃນ​ເຄິ່ງ​ເວ​ລາ​ທີ​ສອງ, ໄດ້​ຄອງ​ຂັນ​ເອ​ຊຽນ​ຄັບ​ໃນ​ທີ່​ສຸດ.​

ທິມ​ບາ​ນ​ເຕະ​ເພດ​ຍິງ​ຈີນ​ຄອງ​ຂັນ​ເອ​ຊຽນ​ຄັບ​ຫຼັງ​ລໍ​ຄອຍ​ມາ 16 ປີ_fororder_1

ທິມ​ບາ​ນ​ເຕະ​ເພດ​ຍິງ​ຈີນ​ຄອງ​ຂັນ​ເອ​ຊຽນ​ຄັບ​ຫຼັງ​ລໍ​ຄອຍ​ມາ 16 ປີ_fororder_2

ທິມ​ບາ​ນ​ເຕະ​ເພດ​ຍິງ​ຈີນ​ຄອງ​ຂັນ​ເອ​ຊຽນ​ຄັບ​ຫຼັງ​ລໍ​ຄອຍ​ມາ 16 ປີ_fororder_3

 

ຄຳ​ເຫັນ

0