尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເດັດ​ດ່ຽວ​ຄັ​ດ​ຄ້ານ​ຍັດ​ຕິ​ຂອງ​ອາ​ເມ​ຣິ​ກາ​ທີ່​ມີ​ເນື້ອ​ໃນ​ດ້ານ​ລົບ​ທີ່​ກ່ຽວ​ຂ້ອງ​ກັບ​ຈີນແລະ​ກ່າວ​ວ່າ:ຢ່າ​ສວຍ​ໃຊ້​ຈີນ​ມາ​​ສ້າງ​ເລື່ອງ!

2022-02-08 17:34:36 cri

ຈີນ​ເດັດ​ດ່ຽວ​ຄັ​ດ​ຄ້ານ​ຍັດ​ຕິ​ຂອງ​ອາ​ເມ​ຣິ​ກາ​ທີ່​ມີ​ເນື້ອ​ໃນ​ດ້ານ​ລົບ​ທີ່​ກ່ຽວ​ຂ້ອງ​ກັບ​ຈີນແລະ​ກ່າວ​ວ່າ:ຢ່າ​ສວຍ​ໃຊ້​ຈີນ​ມາ​​ສ້າງ​ເລື່ອງ!_fororder_微信图片_202202081731514

      ສະ​ພາ​​ຕ່ຳ​ອາ​ເມ​ຣິ​ກາ​ໄດ້​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງ​ “ຍັດ​ຕິ​ວ່າ​ດ້ວຍ​ການ​ແຂ່ງ​ຂັນ​ຂອງ​ອາ​ເມ​ຣິ​ກາ​ປີ 2022” ໃນ​ວັນ​ທີ 5 ກຸມ​ພາ​ນີ້. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ກຸມ​ພາ​ນີ້​ວ່າ: ​ຍັດ​ຕິ​ດັ່ງ​ກ່າວ​ມີ​ເນື້ອ​ໃນ​ດ້ານ​ລົບ​ທີ່​ກ່ຽວ​ຂ້ອງ​ກັບ​ຈີນ​ທີ່​ເຕັມ​ໄປ​ດ້ວຍ​ແນວ​ຄິດ​ສົງ​ຄາມ​ເຢັນ​ແລະ​ແນວ​ຄິດ​ເກມ​ຜົນ​ລວມ​ເປັນ​ສູນ,ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ນະ​ໂຍ​ບາຍ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຂອງ​ຈີນ,ປຸກ​ປັ່ນ​ການ​ແຂ່ງ​ຂັນ​ຍຸດ​ທະ​ສາດ​​ກັບຈີນ,ຊີ້​ນີ້​ຊີ້​ນັ້ນ​ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ,ບັນ​ຫາ​ເຂດ​ຊິ່ນ​ຈ່ຽງ,ບັນ​ຫາ​ຮົງ​ກົງ​ແລະ​ບັນ​ຫາ​ເຂດ​ຕິ​ເບດ​ແລະ​ບັນ​ຫາ​ອື່ນໆ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້.

      ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ເນັ້ນ​ໜັກ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມາ​ເປັນ​ຫຼາຍ​ຄັ້ງ​ແລ້​ວ​ວ່າ:ອາ​ເມ​ຣິ​ກາ​ຈະ​ພັດ​ທະ​ນາ​ແນວ​ໃດ,ຍົກ​ສູງ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ຕົນ​ແນວ​ໃດ,ແມ່ນ​ເລື່ອງຂອງ​ອາ​ເມ​ຣິ​ກາ​ເອງ,ແຕ່​ອາ​ເມ​ຣິ​ກາ​ຢ່າ​ສວຍ​ໃຊ້​ຈີນ​ມາສ້າງ​ເລື່ອງ,ຍິ່ງ​ບໍ່​ຄວນ​ຖື​ເອົາ​ເລື່ອງ​ນີ້​ມາ​ເປັນ​ຂໍ້​ອ້າງ​ເພື່ອແຊກ​ແຊງວຽກ​ງາ​ນ​ພາຍ​ໃນ​ຂອງ​ຈີນ​ແລະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຈີນ. ຍັດ​ຕິ​ດັ່ງ​ກ່າວ​ໄດ້​ເຜີຍ​ແບ​ພຶດ​ຕິ​ກຳ​ທີ່​ເປັນ​ເຈົ້າ​ອຳ​ນາດ​ແລະ​ມັກ​ຂົ່ມ​ເຫັງ​ຂອງ​ຝ່າຍ​ອາ​ເມ​ຣິ​ກາ​ອີກ​ເທື່ອ​ໜຶ່ງ,​ເຊິ່ງ​ແມ່ນ​ແນວ​ຄິດ​ພື້ນ​ຖານ​ທີ່​ຝືນ​ກັບ​ກະ​ແສ​ຂອງ​ຍຸກ​ສະ​ໄໝ​ແລະ​ກໍ່​ບໍ່​ສອດ​ຄ່ອງ​ກັບຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ຊາວ​ໂລກທີ່​ຢາກ​ສະ​ແຫວງ​ຫາ​ສັນ​ຕິ​ພາບແລະ​ການ​ພັດ​ທະ​ນາ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​​ໃນ​ປັດ​ຈຸ​ບັນ,ໃນ​ທີ່​ສຸດ​ກໍ່​ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ຣິ​ກາ​ເອງ​ເທົ່າ​ນັ້​ນ.”

      ທ່ານ ຈ້າວ​ລີ້​ຈ່ຽນ ຊີ້​ໃຫ້​ເຫັນ​ວ່າ: ອາ​ເມ​ຣິ​ກາ​ຄວນ​ປະ​ລະ​ແນ​ວ​ຄິດ​ສົງ​ຄາມ​ເຢັນ​ແລະແນວ​ຄິດ​ເກມ​ຜົນ​ລວມ​ເປັນ​ສູນ,ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​​ຂອງ​ຈີນແລະ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​​ຢ່າງ​ຖືກ​ຕ້ອງ​ແລະ​ສົມ​ເຫດ​ສົມ​ຜົນ,ລຶບ​ເນື້ອ​ໃນ​ດ້ານ​ລົບ​ທີ່​ກ່ຽວ​ຂ້ອງ​ກັບ​ຈີນ​,ຢຸດ​ຕິ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ແລະ​ຊຸກ​ຍູ້​ຍັດ​ຕິ​ດັ່ງ​ກ່າວ,ຢຸດ​ຕິ​ທຳ​ລາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ທີ່​ສຳ​ຄັນ.

ຄຳ​ເຫັນ

0