徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການ PLO ຕົກລົງຢຸດຕິການປະຕິບັດຕາມພັນທະໃນສັນຍາຕ່າງໆລະຫວ່າງອົງການ PLO -ອິສຣາແອນ

2022-02-10 16:20:13 cri

ອົງການ PLO ຕົກລົງຢຸດຕິການປະຕິບັດຕາມພັນທະໃນສັນຍາຕ່າງໆລະຫວ່າງອົງການ PLO -ອິສຣາແອນ_fororder_WechatIMG254

 

ຕາມຂ່າວCRI: ວັນທີ 9 ກຸມພານີ້, ກອງປະຊຸມຄະນະກຳມະການສູນກາງອົງການປົດປ່ອຍປາແລັສຕີນ ຫຼື PLO ຄັ້ງທີ 31 ໄດ້ສິ້ນສຸດລົງແລະໄດ້ອອກຖະແຫຼງການວ່າ: ຍ້ອນວ່າອິສຣາແອນໄດ້ເລັ່ງຍຶດຄອງດິນແດນຂອງປາແລັສຕີນ, ໄດ້ຝ່າຝືນສົນທິສັນຍາທີ່ໄດ້ເຊັນກັນລະຫວ່າງສອງຝ່າຍຢ່າງຕໍ່ເນື່ອງ, ອົງການ PLO ຈຶ່ງຕົກລົງວ່າ: ຕອ້ງຢຸດຕິການປະຕິບັດຕາມພັນທະໃນສັນຍາຕ່າງໆທີ່ໄດ້ຮັບລົງນາມລະຫວ່າງອົງການ PLO ແລະອົງການອຳນາດແຫ່ງຊາດປາແລັສຕີນກັບອິສຣາແອນ.

 

ຖະແຫຼງການຍັງລະບຸວ່າ:  ອິສຣາແອນ “ໄດ້ພະຍາຍາມກີດຂວາງຄວາມເປັນເອກະລາດຂອງປະຊາຊົນປາແລັສຕີນ, ໄດ້ລວ່ງລ້ຳອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປາແລັສຕີນທີ່ໄດ້ລະບຸໃນມະຕິຖືກຕ້ອງຕາມກົດໝາຍສາກົນ”. ຄະນະກຳມະການສູນກາງຂອງອົງການ PLO ຈຶ່ງຕົກລົງຢຸດຕິການຮັບຮອງປະເທດອິສຣາແອນ, ຈົນກວ່າອິສາຣາແອນຈະຮັບຮອງປະເທດປາແລັສຕີນບົນຖື້ນຖານການຖືເອົາຊາຍແດນຕາມສົນທິສັນຍາປີ 1967 ແລະຖືເອົາເຢລູສະເລມຕາເວັນອອກເປັນນະຄອນຫຼວງ, ແລະຢຸດຕິການຂະຫຍາຍຈຸດຕັ້ງຖິ່ນຖານ.

    ຖະແຫຼງການຍັງລະບຸອີກວ່າ:​ ປາແລັສຕີນຍັງໄດ້ຕົກລົງຢຸດຕິການປະສານ ງານດ້ານຄວາມໝັ້ນຄົງທຸກຮູບແບບກັບອິສຣາແອນ, ແລະປະຕິເສດໂຄງການສັນຕິພາບດ້ານເສດຖະກິດເຊິ່ງເປັນແຜນການທົດແທນສັນຕິພາບຖາວອນແລະມາດຕະການການສ້າງຄວາມໄວ້ເນື້ອເຊື່ອໃຈກັນທີ່ສະເໜີໂດຍອິສຣາແອນ.

ຄຳ​ເຫັນ

0