吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແພດແຜນບູຮານຈີນ ຊ່ວຍນາງ ກູໄອ້ລີງ ຊີງໄດ້ແຊມປຽນ

2022-02-10 14:19:07 cri

ແພດແຜນບູຮານຈີນ ຊ່ວຍນາງ ກູໄອ້ລີງ ຊີງໄດ້ແຊມປຽນ_fororder_微信图片_20220210141738

    ວັນທີ 8 ກຸມພານີ້, ໃນການແຂ່ງຂັນຮອບຊີງຊະນະເລີດຂອງສະກີໃນທ່າຟຣີສະໄຕຍິງ ທີ່ຈັດຂຶ້ນໃນງານກິລາໂອລິມປິກລະດູໜາວປັກກິ່ງ, ນາງ ກູໄອ້ຫຼີງ ນັກກິລາສະກີຈີນສາມາດຄວ້າແຊັມໄດ້. ນີ້ແມ່ນຫຼຽນຄຳຫຼຽນທຳອິດທີ່ນັກກິລາເພດຍິງຈີນໄດ້ຮັບໃນກິລາປະເພດສະກີຂອງງານກິລາໂອລິມປິກລະດູໜາວ

    ສະກີໃນທ່າຟຣີສະໄຕເປັນກິລາທີ່ຍາກສຸດຂີດ, ທັງອັນຕະລາຍ ແລະ ສະຫຼັບສັບຊ້ອນ. ຖ້າຢາກໄດ້ຮັບຜົນສຳເລັດ, ນອກຈາກຕ້ອງມີພອນສະຫວັນ, ເຝິກຊ້ອມຢ່າງເຄັ່ງຄັດ ແລະອາຫານການກິນຕາມຫຼັກວິທະຍາສາດແລ້ວ, ວຽກງານຮັບປະກັນດ້ານການແພດຕ່າງໆ ເຊັ່ນ ການປ້ອງກັນບໍ່ໃຫ້ບາດເຈັບ, ການຟື້ນຟູສຸຂະພາບຕາມຫຼັກວິທະຍາສາດຫຼັງການບາດເຈັບ ແລະອື່ນໆ ແມ່ນສຳຄັນທີ່ສຸດ. ໃນດ້ານນີ້, ຜູ້ຊ່ຽວຊານພະແນກກະດູກໃນແພດແຜນບູຮານຈີນ ໄດ້ຊ່ວຍນາງ ກູໄອ້ລິງ ຫຼາຍເພື່ອໃຫ້ນາງສ້າງປະຫວັດສາດໃນກິລາປະເພດສະກີຂອງຈີນ.

ແພດແຜນບູຮານຈີນ ຊ່ວຍນາງ ກູໄອ້ລີງ ຊີງໄດ້ແຊມປຽນ_fororder_微信图片_20220210141722

    ປີ 2019, ກູໄອ້ລີງຮູ້ສຶກເຈັບແອວຫຼາຍຫຼັງຈາກເຝິກເທື່ອໜຶ່ງ. ແມ່ຂອງນາງຈຶ່ງໄດ້ເຊີນທ່ານ ຕົງລຽງເຈ໊ ທ່ານໝໍແພດແຜນບູຮານຈີນທີ່ເປັນຮອງຫົວໜ້າພະແນກກະດູກຂອງໂຮງໝໍແພດແຜນບູຮານຈີນແຂວງເຮີນານໄປຊ່ວຍປິ່ນປົວ. ທ່ານ ຕົງລຽງເຈ໊ ໄດ້ນວດປິ່ນປົວໃຫ້ນາງ ກູໄອ້ລີງ ດ້ວຍວິທີປົວກະດູກແບບວັດຊ້າວລີນ ເຊິ່ງເປັນວິທີແຜນບູຮານຈີນ, ຈິ່ງເຮັດໃຫ້ນາງຕົກສະເງີ້ວ່າ: “ຫຼັງ ແລະ ແອວບໍ່ເຄີຍສະບາຍປານນີ້ຈັກເທື່ອ ເໝືອນດັ່ງໄດ້ປ່ຽນກະດູກຫຼັງໃໝ່.” 

    ວິທີປົວກະດູກແບບວັດຊ້າວລີນ, ແມ່ນວິທີປິ່ນປົວຊະນິດໜຶ່ງຂອງແພດແຜນບູຮານຈີນ, ທ່ານໝໍຜູ້ໃຊ້ວິທີນີ້ ຕ້ອງໃຊ້ສີມືທີ່ຊຳນິຊຳນານ ເຮັດໃຫ້ກະດູກທີ່ຫັກແລ້ວ ກັບຄືນສູ່ບ່ອນປົກກະຕິຢ່າງຖືກຕ້ອງ ແລະປິ່ນປົວເນື້ອເຍື່ອທີ່ບາດເຈັບແລ້ວ. ອົງການກິລາແຫ່ງຊາດຈີນ ໄດ້ເຊີນທ່ານ ຕົງລຽງເຈ໊ ເປັນທ່ານໝໍປະຈຳທິມຊາດທີ່ເຂົ້າຮ່ວມງານກິລາໂອລິມປິກລະດູໜາວ 2022. ໃນໄລຍະກະກຽມເຂົ້າຮ່ວມງານ, ເພິ່ນພ້ອມກັບນັກກິລາທັງຫຼາຍໄປຮອດປະເທດຍີ່ປຸ່ນ, ນູແວເຊລັງແລະອື່ນໆ, ໄດ້ເອົາວິທີປິ່ນປົວພະຍາດກະດູກຂອງແພດແຜນບູຮານຈີນ ໄປປະສົມປະສານກັບແພດສາດດ້ານກິລາ, ໂພສະນາການດ້ານກິລາ ແລະ ຈິດຕະສາດດ້າ

ຄຳ​ເຫັນ

0