尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຮົງ​ກາ​ຣີ​ກ່າວ​ວ່າ​: ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ປະ​ສິດ​ທິ​ຜົນດີ

2022-02-10 15:21:53 cri

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຮົງ​ກາ​ຣີ​ກ່າວ​ວ່າ​: ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ປະ​ສິດ​ທິ​ຜົນດີ_fororder_b396a4d4-966e-4742-8233-0e28f1f7542a

      ວັນ​ທີ 9 ກຸມ​ພາ​ນີ້, ທ່ານ ປີ​ເຕີ ໄຊ​ຈາ​ໂຕ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຮົງ​ກາ​ຣີ​ກ່າວ​ວ່າ: ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ມີ​ຄວາມ​ປອດ​ໄພ​ ແລະ​ມີ​ປະ​ສິດ​ທິ​ຜົນດີ.

      ​ໃນ​ມື້​ດັ່ງ​ກ່າວ,ທ່ານ ​ປີ​ເຕີ ໄຊ​ຈາ​ໂຕ ໄດ້​ເຜີຍ​ແຜ່​ວິ​ດີ​ໂອ​ຕອນ​ໜຶ່ງ​ທີ່​ຕົນ​ຖ່າຍ​ຢູ່​ສະ​ໜາມ​ບິນ​ບູ​ດາ​ແປ​ສລົງ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ຕົນ​ກ່ອນ​ຈະ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ຢູ່ນະ​ຄອນ​ລີ​ຢົງປະ​ເທດ​ຝ​ຣັ່ງ​. ທ່ານໄດ້​ກ່າວ​ຜ່າ​ນ​ທາງວິ​ດີ​ໂອ​ວ່າ: “​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ,ວັກ​ຊີນ​ໂຄວິດ-19ຈາກ​ຕາ​ເວັນ​ອອກ​ທີ່​ຮົງ​ກາ​ຣີ​​ນຳ​ໃຊ້​ແມ່ນ​ມີ​ປະ​ສິດ​ທິ​ຜົນ​ດີແລະ​ມີ​ຄວາມ​ປອດ​ໄພ​ດີ. ສະ​ນັ້ນ,​ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຈະ​ເຮັດ​ແບບວິ​ຊາ​ການ​ຫາກ​ບໍ່​ແມ່ນ​​ຕັດ​ສິນ​ກ່ຽວ​ກັບ​ເລື່ອງ​ນີ້​ບົນ​ພື້ນ​ຖານ​ການ​ເມືອງ. ເມື່ອ​ທົ່ວ​ໂລກ​ລ້ວນ​ແຕ່​ກຳ​ລັງ​ພະ​ຍາ​ຍາມ​ເພື່ອ​ໃຫ້​ໄດ້​ຮັບ​ວັກ​ຊີນ​ໂຄວິດ-19 ໃຫ້​ຫຼາຍກວ່າ​ເກົ່າ​​ຕາມຄວາມ​ສາ​ມາດ​ຂອງ​ຕົນ,ການ​ອະ​ນຸ​ມັດ​ໃຫ້​ນຳ​ໃຊ້​ວັກ​ຊີນ​ໂຄວິດ-19 ບໍ່​ຄວນ​ກາຍ​ເປັນ​ບັນ​ຫາ​ທາງ​ການ​ເມືອງ.”

      ຮົງ​ກາ​ຣີ​ແມ່ນ​​ປະ​ເທດສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ປະ​ເທດ​ທຳ​ອິດທີ່​ໄດ້​ເຫັນ​ດີ​ແລະ​ນຳ​ໃຊ້​ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​.

ຄຳ​ເຫັນ

0