蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ຍົກ​ເລີກ​ມາດ​ຕະ​ການຂຶ້ນ​ພາ​ສີ​ແລະ​ມາດ​ຕະ​ການລົງ​ໂທດ​ຈີນ​ໂດຍ​ໄວ​ເທົ່າ​ຈະ​ໄວ​ໄດ້

2022-02-11 11:40:11 CRI

​ຈີນ​ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ຍົກ​ເລີກ​ມາດ​ຕະ​ການຂຶ້ນ​ພາ​ສີ​ແລະ​ມາດ​ຕະ​ການລົງ​ໂທດ​ຈີນ​ໂດຍ​ໄວ​ເທົ່າ​ຈະ​ໄວ​ໄດ້_fororder_gaofeng111

     ວັນ​ທີ 10 ກຸມ​ພາ​ນີ້, ທ່ານ​ກ່າວ​ເຟິ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ຫວັງ​ວ່າ​ອາ​ເມ​ຣິ​ກາ​ຈະ​ຍົກ​ເລີກ​ມາດ​ຕະ​ການຂຶ້ນພາ​ສີ​ແລະ​ມາດ​ຕະ​ການລົງ​ໂທດຈີນ​ໂດຍ​ໄວ​ເທົ່າທີ່​ຈະ​ໄວ​ໄດ້, ເພື່ອ​ສ້າງ​ບັນ​ຍາ​ກາດ​ແລະ​ເງື່ອນ​ໄຂ​ອັນ​ດີ​ງາມໃຫ້​ກັບສອງ​ຝ່າຍ​ໃນ​ການ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ.

     ໃນ​ກອງ​ປະ​ຊຸມ​ຂ່າວຂອງ​ກະ​ຊວງ​ການ​ຄ້າ​ຈີນທາງ​ອອນ​ລາຍ​ທີ່​ຈັດ​ຂຶ້ນໃນ​ມື້​ດຽວ​ກັນ, ທ່ານ​ກ່າວ​ເຟິ່ງ​ກ່າວ​ວ່າ: ການ​ຈັດ​ຕັ້ງ​ປະ​ຕິ​ບັດສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ໄລ​ຍະ​ 1 ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດທັງ​ຈີນແລະ​ອາ​ເມ​ຣິ​ກາ ແລະ​ມີ​ຜົນ​ດີ​ຕໍ່​ທົ່ວ​ໂລກ. ນັບ​ແຕ່​ສັນ​ຍາດັ່ງ​ກ່າວ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້ເປັນ​ຕົ້ນ​ມາ, ຈີນ​ໄດ້ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກຕ່າງໆຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ເສດ​ຖະ​ກິດ​ໂລກເສື່ອມ​ໂຊມ​ລົງ ແລະການ​ຢຸດ​ສະ​ງັກ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​, ໄດ້ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ສອງ​ຝ່າຍ​ປະ​ຕິ​ບັດສັນ​ຍາ​ຮ່ວມ​ກັນ. ທ່ານ​ຍັງ​ກ່າວ​ວ່າ: ປະ​ຈຸ​ບັນ, ຄະ​ນະເຮັດ​ວຽກ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສອງ​ຝ່າຍ​ຍັງຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ກັນຢ່າງ​ເປັນ​ປົກ​ກະ​ຕິ.

ຄຳ​ເຫັນ

0