吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອູແກຼນໄດ້ຮັບອາວຸດຍຸດໂທປະກອນງວດໃໝ່ທີ່ອາເມຣິກາໃຫ້ການຊ່ວຍເຫຼືອ

2022-02-12 15:11:08 cri

ອູແກຼນໄດ້ຮັບອາວຸດຍຸດໂທປະກອນງວດໃໝ່ທີ່ອາເມຣິກາໃຫ້ການຊ່ວຍເຫຼືອ

    ເຖິງວ່າປະເທດອູແກຼນບໍ່ແມ່ນປະເທດສະມາຊິກນາໂຕ​ກໍ​ຕາມ, ແຕ່ປະເທດຕາເວັນຕົກຕ່າງໆ ເຊັ່ນ ອາເມຣິກາ ແລະອື່ນໆ ໄດ້ຂົນສົ່ງອາວຸດຍຸດໂທປະກອນໃຫ້ແກ່ອູແກຼນຢ່າງຕໍ່ເນື່ອງໃນຫວ່າງມໍ່ໆມານີ້.

    ຂ່າວສານລອຍເຕີລາຍງານວ່າ, ອູແກຼນໄດ້ຮັບອາວຸດຍຸດໂທປະກອນງວດໃໝ່ທີ່ອາເມຣິກາໃຫ້ການຊ່ວຍເຫຼືອໃນວັນທີ 11 ກຸມພານີ້. ຕອນຄ່ຳວັນທີ 10 ກຸມພານີ້, ອາວຸດຍຸດໂທປະກອນຂອງອາເມຣິກາຈຳນວນ 130 ໂຕນໄດ້ຖືກຂົນສົ່ງໄປຮອດອູແກຼນ. ກະຊວງການຕ່າງປະເທດອູແກຼນໄດ້ຢືນຢັນໃນວັນທີ 7 ກຸມພານີ້ວ່າ: ໄລຍະມໍ່ໆມານີ້, ອູແກຼນໄດ້ຮັບອາວຸດຍຸດໂທປະກອນປະມານ 1000 ໂຕນ ແລະ ມີຍອດມູນຄ່າ 1 ຕື້ 500 ລ້ານໂດລາ. 

ຄຳ​ເຫັນ

0