吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ນັກ​ກິ​ລາຈີນໄດ້ຮັບຫຼຽນງານກິລາໂອລິມປິກຫຼຽນທຳອິດໃນລາຍການສເກເລຕັນ (Skeleton)

2022-02-12 14:48:08 cri

 

ປະເທດຈີນໄດ້ຮັບຫຼຽນງານກິລາໂອລິມປິກຫຼຽນທຳອິດໃນລາຍການສເກເລຕັນ (Skeleton)

 

 

ປະເທດຈີນໄດ້ຮັບຫຼຽນງານກິລາໂອລິມປິກຫຼຽນທຳອິດໃນລາຍການສເກເລຕັນ (Skeleton)

 

    ຕອນຄ່ຳວັນທີ 11 ກຸມພານີ້, ການແຂ່ງຂັນສເກເລຕັນເພດຊາຍຂອງງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສິ້ນສຸດລົງຢູ່ສູນ  “ເຊໂຢໂລງ”    ເຊິ່ງເປັນສູນສລາຍຕິງແຫ່ງຊາດຈີນທີ່ຕັ້ງຢູ່ເຂດແຂ່ງຂັນຢຽນຊີ້ງນະ​ຄອນຫຼວງ​ປັກ​ກິ່ງ. ທ້າວ ຢຽນເວີນກາງ ນັກກິລາສເກເລຕັນຈີນທີ່ເຂົ້າຮ່ວມງານກິລາໂອລິມປິກເປັນຄັ້ງທຳອິດນັ້ນ ຍາດໄດ້ຫຼຽນທອງ ເຊິ່ງໄດ້ສ້າງ​ສະ​ຖິ​ຕິປະຫວັດສາດງານກິລາໂອລິມປິກລະດູໜາວຂອງຈີນ.  ຫຼຽນທອງດັ່ງກ່າວກໍແມ່ນຫຼຽນງານກິລາໂອລິມປິກຫຼຽນທຳອິດໃນລາຍການສເກເລຕັນຂອງຈີນ. ສຳລັບທ້າວ ຢີ່ນເຈີ້ງ ນັກກິລາຈີນອີກຄົນໜຶ່ງທີ່ເຂົ້າຮ່ວມການແຂ່ງຂັນດັ່ງກ່າວໄດ້ທີ 5. 

ຄຳ​ເຫັນ

0