秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລື່ອງລາວກ່ຽວກັບຄູ່ຮັກກິລາໂອລິມປິກລະດູໜາວ

2022-02-12 17:11:02 cri

ຄວາມ​ໂ​ຣ​ແມັນ​ຕິກ​ຂອງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ ແມ່ນມາ​ຈາກປັດ​ໄຈ​ວັດ​ທະ​ນະ​ທຳ​ມູ​ເຊື້ອຂອງ​ເຄື່ອງ​ໝາຍ, ສັດ​ນຳ​ໂຊກ ​ແລະ​ທວນ​ໄຟ, ແລະ​ກໍ​​ມາ​ຈາກ​ຄຳ​ຂວັນ​ແບບ​ງ່າຍໆແຕ່​ມີ​ຄວາມ​ອົບ​ອຸ່ນ ຄື “ກ້າວ​ໄປ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ” ແລະ​ຍິ່ງ​ມາ​ຈາກ​ເລື່ອງ​ລາວ​ຂອງ​ຄູ່​ຮັກ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ.

ນາງ​ພາງ​ຊີ່ງ ແລະ​ທ້າວ​ທົງ​ຈ້ຽນ ເປັນນັກ​ກິ​ລາ​ສະ​ເກັດ​ລີ​ລາ​​ຄູ່​ປະ​ສົມ​ຍິງ​ຊາຍ ​ຈີນ​ຄູ່​ໜຶ່ງ ​ທີ່ໄດ້​ເລີ່ມ​ຮ່ວມ​ມື​ກັນ​ເປັນ​ຄູ່​ສະ​ເກັດ​ໃນ​ປີ 1993 ແລະ​ມາ​ຮອດ​ປັດ​ຈຸ​ບັນ​ໄດ້ 30 ປີ​ແລ້ວ. ​ເຂົາ​ເຈົ້າ​ໄດ້​ຮ່ວມ​ມື​ກັນ​​ຊີງ​ໄດ້​ແຊມ​ສະ​ເກັດ​​ລີ​ລາຄູ່​​ປະ​ສົມ​ຍິງ​ຊາຍສອງ​ຄັ້ງ​ໃນ​ງານ​ແຂ່ງ​ຂັນ​ຊີງ​ແຊມ​ໂລກ​ສະ​ເກັດ​ລີ​ລາ​ຂອງ​ສະ​ຫະ​ພັນ​ສະ​ເກັດ​ສາ​ກົນ ຫຼື ISU ແລ​ະ​ໃນ​ປີ 2010 ໄດ້​ຮ່ວມ​ມື​ກັນ​​ຊີງ​ໄດ້ຫຼຽນ​ເງິນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແວນ​ກູ​ເວີ. ຫຼັງ​ຈາກ​ເຊົາ​ໃຊ້​ຊີ​ວິດເປັນ​ນັກ​ກິ​ລາ​ແລ້ວ, ເຂົາ​ເຈົ້າ​ກໍ​ໄດ້​ຮ່ວມ​ມື​ກັນ​ເຮັດ​ທຸ​ລະ​ກິດ​ຂອງ​ຕົນ.ເລື່ອງ​ລາວ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ແມ່ນ​ມາ​ຈາກ​​ກິ​ລານ້ຳ​ກ້ອນ ແລະ​​ໄດ້​ຂະ​ຫຍາຍໄປ​ຮອດ​ຊີ​ວິດ​ຕົວ​ຈິງ. ເຂົາ​ເຈົ້າ​ໄດ້​ສ້າງ​ຄອບ​ຄົວ, ​ມີລູ​ຊາຍ​ຄົນ​ໜຶ່ງ ແລະ​ລູກ​ສາວ​ຄົນ​ໜຶ່ງ ເຊິ່ງ​ເປັນ​ຄອບ​ຄົວ​ທີ່​ມີ​ຄວາມ​ສຸກຫຼາຍ.

ເລື່ອງ​ລາວ​ຄູ່​ຮັກ​ຂອງ​ກິ​ລາ​ສະ​ເກັດ​ລີ​ລາ​ຄູ່​​ປະ​ສົມ​ຍິງ​ຊາຍຍັງ​ມີອີກຫຼາຍ​ເລື່ອງ. ນາງ​ຕາ​ເຕຍ​ນາ ໂວ​ໂລ​ໂຊ​ຊາ ແລະ​ທ້າວ​ມາ​ຊິມ ຕ​ຣານ​ໂກ​ຟ ​​ນັກ​ກິ​ລາ​ສະ​ເກັດ​ລີ​ລາ​ຄູ່​ປະ​ສົມ​ຍິງ​ຊາຍ​ຂອງ​ຣັດ​ເຊຍ ໄດ້​ປະ​ກາດ​ສາຍ​ພົວ​ພັນ​ເປັນ​ຄູ່​ຮັກ​ໃນ​ໄລ​ຍະ​ກ່ອນ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໂຊ​ຊີ 2014 ແລະ​ເກີດ​ລູກ​ສາວ​ຄົນ​ໜຶ່ງ​ໃນ​ປີ 2017. ເຂົາ​ເຈົ້າ​ສອງ​ຄົນ​ໄດ້​ຮ່ວມ​ມື​ກັນ​ເປັນ​ແຊ​ມ​ໃນ​ງານ​ກິ​ລາ​ຕ່າງໆຫຼາຍ​ຄັ້ງ.

ເພື່ອ​ກະ​ກຽ​ມ​ເຂົ້າ​ຮ່ວມງ​ານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ນັກ​ກິ​ລາ​ທັງຫຼາຍ​ຕ້ອງ​ປະ​ຕິ​ບັດ​ຕາມ​ຕາ​ຕະ​ລາງ​ຝຶກ​ຊ້ອມ​ເຕັມ. ນີ້​ກໍ​ໝາຍ​ຄວາມ​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ຢູ່​ນຳ​ຄອບ​ຄົວ ແລະ​ໝູ່​ເພື່ອນ​ເປັນ​ເວ​ລາ​ຍາວ​ນານ. ນາງບ​ລາຍ ​ເຕີນ​ບູນ, ນັກ​ກິ​ລາ​ຮອກ​ກີ​ນ້ຳ​ກ້ອນ​ຂອງ​ກາ​ນາ​ດາ ແລະ​ທ້າວຣານ ຊອມ​ເມີ, ນັກ​ກິ​ລາ​ບອບ​ສະ​ເລດ​ຂອງ​ກາ​ນາ​ດາ, ເປັນ​ຄູ່​ໝັ້ນ​ຄູ່​ໜຶ່ງ, ເຂົາ​ເຈົ້າ​ບໍ່​ໄດ້​ພົ​ບ​ໜ້າ​ພໍ້​ຕາ​ກັນ​ເປັນ​ເວ​ລາ​ 3 ເດືອນແລ້ວ ຍ້ອນ​ຕ້ອງ​ກະ​ກຽມ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລ​ະ​ດູ​ໜາວ​ປັກ​ກິ່ງ ແລະ​ໃນ​ທີ່​ສຸດ, ຄູ່​ໝັ້ນ​ຄູ່​ນີ້​ຈຶ່ງ​ໄດ້​ພົບ​ໜ້າ​ກັນ​ໃນ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ຄຳ​ເຫັນ

0