吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງ​ຊວີ​ເມີ້ງ​ທາວ ຊີງ​ໄດ້ຫຼຽນ​ຄຳຫຼຽນ​ທີ 5 ​ໃຫ້​ກັບ​ຈີນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2022-02-15 16:32:25 cri

 ນາງ​ຊວີ​ເມີ້ງ​ທາວ ຊີງ​ໄດ້ຫຼຽນ​ຄຳຫຼຽນ​ທີ 5 ​ໃຫ້​ກັບ​ຈີນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ_fororder_微信图片_20220215162746

    ນາງ​ຊວີ​ເມີ້ງ​ທາວ ນັກ​ກິ​ລາ​ຈີນ​ທີ່​ມີ​ອາ​ຍຸ 31 ປີ ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ຄັ້ງ​ທີ 4 ນັ້ນ ໄດ້​ເຮັດ​ໃຫ້ຄວາມ​ຝັນ​ຂອງ​ຕົນ​ເປັນ​ຈິງ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ວັນ​ທີ 14 ກຸມ​ພາ​ນີ້, ນາງ​ຊີງ​ໄດ້​ຫຼຽນ​ຄຳ​ໃນ​​ປະ​ເພດສະ​ກີ​ລີ​ລາ​ໃນ​ທ່າ​ຟ​ຣີ​ສະ​ຕາຍ​ກາງ​ເວ​ຫາ​ເພດ​ຍິງ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

    ການ​ສະ​ແດງ​ລີ​ລາ​ຂອງ ​ນາງ ​ຊວີ​ເມີ້ງ​ທາວ ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວຄັ້ງ​ນີ້ ຖື​ວ່າ​ມີ​ຄວາມ​ສົມ​ບູນ​ແບບ, ນັບ​ແຕ່​ຮອບ​ຄັດ​ເລືອກ​ຈົນ​ຮອດ​ຮອບ​ຊີງ​ຊະ​ນະ​ເລີດ, ຄະ​ແນນ​ການ​ສະ​ແດງ​ລີ​ລາ​ຂອງ​ນາງ​ໃນ​ແຕ່​ລະ​​ທ່າລ້ວນ​ແຕ່​​ໄດ້ 100 ຄະ​ແນນ​ຂຶ້ນ​ໄປ, ການ​ສະ​ແດງ​ລີ​ລາຂອງ​ນາງ​ມີ​ຄວາມ​ນີ້ງ​ທີ່​ສຸດ. ຄະ​ແນນ​ໃນ​ຮອບ​ຊີງ​ຊະ​ນະ​ເລີດ​ຂອງ​ນາງ​ແມ່ນ 108,61 ຄະ​ແນນ. ໃນ​ຈຳ​ນວນ​ນັກ​ກິ​ລາ 6 ຄົນ​ທີ່​ໄດ້​ເຂົ້າ​ຮອບ​ຊີງ​ຊະ​ນະ​ເລີດ​ນັ້ນ, ມີ 4 ຄົນ​ໄດ້​ເລືອກ​ທ່າ​ທີ່​ມີ​ລະ​ດັບ​ຄວາມ​ຍາກ​ຄື​ກັນ​ກັບ​ນາງ​ຊວີ​ເມີ້ງ​ທາວ, ແຕ່​ມີ​ພຽງ​ແຕ່​ ນາງ ​ຊວີ​ເມີ້ງ​ທາວ​ ສາ​ມາດ​​ສະ​ແດງ​ລີ​ລາ​ໄດ້​ຢ່າງ​ໂດດ​ເດັ່ນ​ທີ່​ສຸດ.

    ອີງ​ໃສ່​ການ​ສະ​ແດງ​ລີ​ລາ​ໃນ​ທ່າ​ນີ້, ນາງ​ຊວີ​ເມີ້ງ​ທາວ​ໄດ້​​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ເປັນ​ຈິງ, ​ນີ້​ແມ່ນ​ນັກ​ກິ​ລາ​​ເພດຍິງ​ຂອງ​ຈີນ​ຊີງ​ໄດ້ຫຼຽນ​ຄຳ​ໃນ​​ປະ​ເພດ​ດັ່ງ​ກ່າວເປັນ​ຄັ້ງ​ທຳ​ອິດ​ໃນ​​ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວ, ​ນີ້ເປັນ​ຫຼຽນ​ຄຳຫຼ​ຽນ​ທີ 5 ຂອງ​ຄະ​ນະ​ນັກ​ກິ​ລາ​ຈີນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜ​າ​ວ​ຄັ້ງ​ນີ້, ​ທັງ​​ສາ​ມາດ​ສ້າງ​ຜົນ​ງານ​ໄດ້​ໃນ​ລະ​ດັບ​ດຽວ​ກັນ​ກັບຄະ​ນະ​ນັກ​ກິ​ລາ​ຈີນ​ທີ່​ເຂົ້າ​ຮ່ວມງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ແວນ​ໂຄ​ເວີ​ປີ2010 ເຊິ່ງ​ເປັນ​ຜົນ​ງານ​​ຫຼຽນ​ຄຳ​ທີ່ດີ​ທີ່​ສຸດ​ຂອງ​ຈີນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ.

ຄຳ​ເຫັນ

0