吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກຮ້ອງ​ໃຫ້​ແກ້​ໄຂ​ວິ​ກິດ​ການ​ອູ​ແກຼນ ​ແລະ ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ຮອບດ້ານ​​ໂດຍ​ຜ່ານ​ການ​ສົນທະນາ ​ແລະ ການ​ເຈລະ​ຈາກັນ

2022-02-16 10:44:11 CRI

ຈີນ​ຮຽກຮ້ອງ​ໃຫ້​ແກ້​ໄຂ​ວິ​ກິດ​ການ​ອູ​ແກຼນ ​ແລະ ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ຮອບດ້ານ​​ໂດຍ​ຜ່ານ​ການ​ສົນທະນາ ​ແລະ ການ​ເຈລະ​ຈາກັນ_fororder_乌克兰问题

 

ວັນ​ທີ 15 ກຸມພາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ. ມີ​ນັກ​ຂ່າວ​ຖາມ​ວ່າ: ລັດຖະມົນຕີ​ກະຊວງການ​ເງິນ ກຸ່ມ 7 ປ​ະ​ເທດ ຫຼື G7 ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 14 ກຸມພາ​ນີ້​ວ່າ ຈະກຽມ​ລົງ​ໂທດ​ຣັ​ດ​ເຊຍ​ທາງ​ດ້ານເສດຖະກິດ ​ແລະ ການ​ເງິນ, ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່ກັບ​ເລື່ອງ​ນີ້?

 

ທ່ານ​ວ່າງ​​ເວີນປິ່ນ​ກ່າ​ວວ່າ,​ ​ຈີນ​ຄັດຄ້ານການລົງ​ໂທດ​ແຕ່​ຝ່າຍ​ດຽວ ຫຼື ຂົ່ມຂູ່​ ການ​ພົວພັນ​ສາກົນດ້ວຍ​ການ​ລົງ​ໂທດ​ມາ​ໂດຍ​ຕະຫຼອດມາ. ​​ໃນ​ສະ​ເພາະ​ໜ້າ​ນີ້, ການ​ລົງ​ໂທດ​ແຕ່​ຝ່າຍ​ດຽວ​ມີ​ແຕ່​ຈະ​ເຮັດ​ໃຫ້​ເກີດ​ມີການ​ແບ່ງ​ແຍກ ​ແລະ ການ​ປະ​ທະ​ກັນ​ຮ້າຍ​​ແຮງ​ຂຶ້ນ, ຈີນ​ຮຽກຮ້ອງ​ໃຫ້ຝ່າຍ​ຕ່າງໆ​ຄວນປະຕິບັດ​ຕໍ່​ກັນ​ຢ່າງ​ມີ​ສະຕິ, ຊຸກ​ຍູ້ການ​ແກ້​ໄຂ​ວິ​ກິດ​ການ​ອູ​ແກຼນ ​ແລະ ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ຮອບດ້ານ​​ໂດຍ​ຜ່ານ​ການ​ສົນທະນາ ​ແລະ ການ​ເຈລະ​ຈາກັນ.

 

ຄຳ​ເຫັນ

0