吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂທ​ມັ​ສ ບັກ​ສ ສະ​ແດງ​ຄວາມ​ຊົມ​ເຊີຍ​ CMG ທີ່​ໄດ້​ປະ​ກອບ​ສ່ວນ​ດີ​ເດັ່ນໃນ​ວຽກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜ​າວ​ປັກ​ກິ່ງ

2022-02-16 10:51:57 cri

   ທ່ານ​ໂທ​ມັ​ສ ບັກ​ສ ສະ​ແດງ​ຄວາມ​ຊົມ​ເຊີຍ​ CMG ທີ່​ໄດ້​ປະ​ກອບ​ສ່ວນ​ດີ​ເດັ່ນໃນ​ວຽກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜ​າວ​ປັກ​ກິ່ງ_fororder_微信图片_20220216104627

ທ່ານ​ໂທ​ມັ​ສ ບັກ​ສ ສະ​ແດງ​ຄວາມ​ຊົມ​ເຊີຍ​ CMG ທີ່​ໄດ້​ປະ​ກອບ​ສ່ວນ​ດີ​ເດັ່ນໃນ​ວຽກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜ​າວ​ປັກ​ກິ່ງ_fororder_微信图片_20220216104700

    ຕາມ​ຂ່າວ​ເວັບ​ໄຊ​ທາງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິ​ມ​ປິກ​ສາ​ກົນທີ່​ແຈ້ງ​ໃຫ້​ຮູ້​ໃນວັນ​ທີ 15 ກຸມ​ພາ​ນີ້ວ່າ, ​ທ່ານ​ໂທ​ມັ​ສ ບັກ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຖ່າຍ​ທອດ​ສົດ ແລະ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ  2022.

    ມາ​ຮອດ​ວັນ​ທີ 11 ກຸມ​ພາ​ນີ້, ຜູ້​ຊົມ​ຊາວ​ຈີນ​ທີ່​ໄດ້​ຮັບ​ຊົມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ຜ່ານ​ທາງ​ໂທ​ລະ​ພາບ​​ລວມ​ເວ​ລາ​ທັງ​ໝົດ​ແມ່ນ 2,05 ຕື້​ຊົ່ວ​ໂມງ. ຕົວ​ເລກ​ດັ່ງ​ກ່າວ​ສູງກວ່າ 15% ເມື່ອ​ທຽບ​ໃສ່​ຍອດ​ຈຳ​ນວນ​ເວ​ລາ​ຮັບ​ຊົມ​ຂອງ​ຜູ້​ເບິ່ງ​ໂທ​ລະ​ພາບ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ສອງ​ຄັ້ງ​ຜ່ານ​ມາ ​ຄື: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ປີ 2018 ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໂຊ​ຈີປີ 2014.

    ເພື່ອ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​​ຜົນ​ງານ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ແລະ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍາວ​ນານ​ລະ​ຫວ່າງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ກັບຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ,   ທ່ານ​ໂທ​ມັ​ສ ບັກ​ສ ​ໄດ້​ມອບ​ລາງວັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໃຫ້​ແກ່​ທ່ານ​ເຊີ້ນ​ໄ​ຫ​ຊົງ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ.

ຄຳ​ເຫັນ

0